ຮູ້ຫຼືຍັງ? ກອງທຶນທາງແມ່ນຫຍັງ ໄດ້ມາຈາກໃສ! ທີ່ນີ້ມີຄໍາຕອບ

206

ເຊື່ອວ່າຫຼາຍຄົນອາດສົງໃສ ແລະ ຢາກຮູ້ກ່ຽວກັບກອງທຶນທາງ ວ່າມັນແມ່ນຫຍັງ, ມີພາລະບົດບາດແນວໃດ ຫຼື ໄດ້ກອງທຶນດັ່ງກ່າວມາຈາກໃສ, ມື້ນີ້ແອັດຈະມາໄຂຂໍ້ຂ້ອງໃຈເຫຼົ່ານັ້ນໃຫ້ທ່ານຜູ້ອ່ານລວມທັງຕົວຜູ້ຂຽນເອງ ເພື່ອຈະໄດ້ສຶກສາໄວ້ເປັນຂໍ້ມູນ ຫາກຖືກສອບຖາມຈະໄດ້ຕອບ ຫຼື ອະທິບາຍແກ່ບຸກຄົນອື່ນທີ່ສົງໃສໃຫ້ຄວາມກະຈ່າງແຈ້ງແກ່ເຂົາເຈົ້າໄດ້.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມ ກົດໝາຍວ່າດ້ວຍທາງຫຼວງ (ສະບັບປັບປຸງ) ເລກທີ 03/ສພຊ, ລົງວັນທີ 8 ພະຈິກ 2016 ໃຫ້ຮູ້ວ່າ: ກອງທຶນທາງ ຂຽນຫຍໍ້ວ່າ (ກທທ) ແມ່ນກອງທຶນຂອງລັດສ້າງຕັ້ງຂຶ້ນ, ເພື່ອສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ນໍາໃຊ້ເຂົ້າໃນວຽກງານບູລະນະຮັກສາ, ສ້ອມແປງທາງຫຼວງທຸກປະເພດ ແນໃສ່ເຮັດໃຫ້ການສັນຈອນມີຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ, ສໍາລັບທຶນທີ່ລັດສະໜອງໃຫ້ໂຄງການກໍ່ສ້າງ, ບູລະນະຮັກສາ ແລະ ການສ້ອມແປງທາງຫຼວງ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ.

ພາບປະກອບຂ່າວເທົ່ານັ້ນ

ກອງທຶນດັ່ງກ່າວນີ້ແມ່ນໄດ້ມາຈາກ ແຫຼ່ງທຶນຄ່າທໍານຽມໃຊ້ນໍ້າມັນ; ຄ່າທໍານຽມລົດຜ່ານແດນຕາມສັນຍາສາກົນ ແລະ ສົນທິສັນຍາທີ່ລາວເປັນພາຄີ; ໄດ້ມາຈາກຄ່າທໍານຽມທາງປະຈໍາປີ; ຄ່າບໍລິການຜ່ານຂົວທາງ; ຄ່າປະມູນຂາຍປ້າຍທະບຽນລົດ; ຄ່າປັບໃໝຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ທາງຫຼວງ; ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ; ພ້ອມດ້ວຍແຫຼ່ງອື່ນໆທີ່ກ່ຽວກັບການນໍາໃຊ້ທາງຫຼວງ.

ພາບປະກອບຂ່າວເທົ່ານັ້ນ

ທັງນີ້ ການຄຸ້ມຄອງ ແລະ ການນໍາຝໃຊ້ ກອງທຶນດັ່ງກ່າວ ຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.