ໃນສົກປີ 2019 ສະພາບຄ່ອງຕົວທາງດ້ານການເງິນຢູ່ແຂວງ ອັດຕະປື ເຖິງແມ່ນຈວ່າຈະໄດ້ພົບກັບຂໍ້ຫຍຸ້ງຍາກຫຼາຍປະການ ໂດຍຕິດພັນກັບການແກ້ໄຂບັນຫາໜີ້ສິນສາທາລະນະ, ໜີ້ສິນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຈັດເກັບ ອາກອນ ແລະ ພັນທະຕ່າງໆບໍ່ໄດ້ທັນຕາມກຳນົດສັນຍາ ຫຼື ບັນຫາອື່ນໆທີ່ເກີດຂຶ້ນ ແຕ່ກໍ່ຍັງສາມາດຈັດເກັບລາຍຮັບໄດ້ລື່ນແຜນການ 2 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງສົກປີ 2018 ເພິ່ມຂຶ້ນ 9,90%.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນງົບປະມານປີ 2019 ແລະ ວາງທິດທາງແຜນການປີ 2020 ເຊິ່ງພະແນກການເງິນ ແຂວງ ອັດຕະປື ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພະນັກງານການນຳ, ເຈົ້າເມືອງ ແລະ ພະນັກງານການເງິນທົ່ວແຂວງ ອັດຕະປື ເຂົ້າຮ່ວມ.
ທ່ານ ຄຳເຜີຍ ໂສມຖາວອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ການເງິນເເຂວງ ອັດຕະປື ໄດ້ຍົກໃຫ້ເຫັນໃນກອງປະຊຸມວ່າ: ການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງ ປະຈຳສົກປີ 2019 ປະຕິບັດໄດ້ທັງໝົດ 141 ຕື້ກີບ ເທົ່າກັບ 100,52%, ທຽບໃສ່ໄລຍະດຽວກັນ ຂອງປີ 2018 ເພີ່ມຂຶ້ນ 9,90%, ລື່ນແຜນ 2 ຕື້ກວ່າກີບ ໃນນີ້ ລາຍຮັບສູນກາງ 36 ຕື້ກີບ ເທົ່າກັບ 99,43% ທຽບໃສ່ 2018 ເພີ່ມຂຶ້ນ 8,33%, ຂະແໜງສ່ວຍສາອາກອນ 536 ລ້ານກີບ, ເທົ່າກັບ 119,19%, ພາສີກອງ+ ດ່ານ 30 ຕື້ກີບ ເທົ່າກັບ 85,23%
ກອງກວດກາພາສີ 6 ຕື້ກີບ ເທົ່າກັບ 169%, ດ່ານພາສີພູເກືອ 23 ຕື້ກວ່າກີບ ເທົ່າກັບ 73,74%, ລາຍຮັບຊັບສິນຂອງລັດ 6 ຕື້ກີບ ເທົ່າກັບ 169% ແລະ ລາຍຮັບປະກັນໄຟ 20 ລ້ານກີບ ເທົ່າກັບ 28,17%; ລາຍຮັບທ້ອງຖິ່ນປະຕິບັດໄດ້ 104 ຕື້ກວ່າກີບ ເທົ່າກັບ 94,35% ທຽບໃສ່ປີ 2018 ເພີ່ມຂຶ້ນ 1,98%, ຊ່ວຍສາອາກອນ 92 ຕື້ກວ່າກີບ ເທົ່າກັບ 99,47%, ຊັບສິນ 12 ຕື້ກວ່າກີບ ເທົ່າກັບ 113,02%.
ຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ, ງົບປະມານ ປີ 2019 ແລະ ທິທາງແຜນການ ປີ 2020 ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດຄຳເຫັນ ເຂົ້າໃສເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ ປີ 2020 ເພື່ອໃຫ້ສອດຄ່ອງ ແລະ ຮັບຮອງນຳໄປຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດ ໂດຍສືບຕໍ່ຈັດຕັ້ງປະຕິບັດໃຫ້ໄປຕາມທິດຄຳສັ່ງແນ່ນຳ ຂອງເຈົ້າແຂວງ ອັດຕະປື ເລກທີ 23/ຈຂ.ອປ ລົງວັນທີ 5 ພະຈິກ 2019 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ເຊິ່ງຕາມແຜນການຄາດຄະເນລາຍຮັບສະເລ່ຍແຜນງົບປະມານ ປີ 2020 ຕາມຄຳສັ່ງຂອງທ່ານເຈົ້າແຂວງ ພະແນກການເງິນ ຈະສູ້ຊົນເກັບເພິ່ມໃຫ້ໄດ້ 171 ຕື້ກີບ ໂດຍອີງໃສ່ລາຍຮັບທີ່ເກີດຂຶ້ນແລ້ວ ຫຼື ເກີດຂຶ້ນໃໝ່ອີກໃນແຕ່ລະປື.
ໂດຍ: ເທວາ