ຄວນກິນໄຂ່​ແບບ​ໃດໃຫ້ຖືກວິທີ ​ແລະ ​ເປັນ​ປະ​ໂຫຍດຕໍ່​ຮ່າງກາຍ

118

​ໄຂ່​ຖື​ວ່າ​ເປັນ​ອາຫານ​ທີ່​ມີ​ປະ​ໂຫຍ​ດຕໍ່​ສຸຂະພາບ ​ເພາະ​ເປັນ​ແຫຼ່ງ​ໂປຣຕິນທີ່​ຈຳ​ເປັນຕໍ່​ຮ່າງ. ​ເມື່ອ​ເປັນອາຫານ​ທີ່ກໍ່​ຄວນ​ຈະ​ຕ້ອງ​ກິນ​​ແບບຖືກ​ວິທີ​ເຊັ່ນ​ກັນ​ ​ເຖິງວ່າ​ອາ​ຫານ​ຈະ​ມີ​ຄຸນ​ປະ​​ໂຫຍ​ດປານ​ໃດ​ກໍ່ຕາມ​ຖ້າ​ກິນ​ແບບ​ຜິດໆ​ກໍ່​ອາດ​ເປັນ​ໂທດ​ຕໍ່​ຮ່າງກາຍ​ໄດ້.

ກິນພໍປະມານ: ສຳລັບຜູ້ທີ່ມີສຸຂະພາບດີບໍ່ມີພະຍາດປະຈໍາຕົວ ແລະ ບໍ່ມີຄວາມສ່ຽງຕໍ່ພະຍາດຫຼາຍ ​ແມ່ນກິນໄຂ່ໄດ້ມື້ລະ 1 ໜ່ວຍ ສ່ວນ​ຜູ້ທີມີພະຍາດປະຈໍາຕົວ ຫຼື ມີຄວາມສ່ຽງຕໍ່ການເປັນພະຍາດ​ອື່ນເຊັ່ນ: ພະຍາດຫົວໃຈ, ພະຍາດເບົາຫວານ ​ແລະ ມີຄໍເລສເຕີຣອລສູງຄວນປືກສາທ່ານໝໍກ່ອນຮັບປະທານໄຂ່​​ ​ເພາະ​ອາດ​ເກີດ​ຜົນ​ຂ້າງຄຽງ​ຈາກ​ການ​ກິນ​ໄຂ່​ທີ່​ບໍ່​ເໝາະ​ສົມ​​ກັບປະລິມານ​ທີ່​ຮ່າງຕ້ອງການ.

ເວລາຊື້ຕ້ອງໝູນໄຂ່ເບິ່ງ: ​ຄວນ​ເລືອກຊື້ໄຂ່ທີ່ບໍ່ມີຮູເຈາະ ຫຼື ມີຮອຍແຕກ.

ຮັກສາໄຂ່ໄວ້ໃນຕູ້​ເຢັນ: ​ເພາະຈະສາມາດເອົາໄວ້ໄດ້ດົນຂຶ້ນ ​ແລະ ​ແຈປະຕູຕູ້ເຢັນຈະມີຄວາມເຢັນໜ້ອຍກວ່າບ່ອນກາງເໝາະກັບການເອົາໄຂ່ໄວ້.

ລ້າງ ​ແລະ ຖູໄຂ່ດ້ວຍຟອງນໍ້າລ້າງຈານ: ຈະໃສ່ສະບູ ຫຼື ນໍ້າຢາລ້າງຈານຕື່ມກໍ່ໄດ້ ​ແລະ ຄວນລ້າງມືທຸກຄັ້ງຫຼັງຈາກຈັບ​ໄຂ່ ເນື່ອງຈາກວ່າອາດຈະມີເຊື່ອພະຍາດຕິດມານໍາໄຂ່ໄດ້​ໂດຍພົບວ່າ: ໂອກາດພົບເຊື່ອພະຍາດເຈັບທ້ອງ (ຖອກທ້ອງ salmonella) ໃນໄຂ່ປະມານ 1 ໃນ 30.000 ໜ່ວຍ.

ກິນໄຂ່ສຸກ: ບໍ່​ຄວນກິນໄຂ່ດິບເປັນຕົ້ນ​ແມ່ນໄຂ່ລວກ ແລະ ອຶ່ນໆ ​ເພາະມີໂປຣຕິນ (avidin) ທີ່ຈັບວິຕາມິນ B ທີ່ຊື່ວ່າ: ໄບໂອທິນ (biotin) ເຮັດໃຫ້ການດູດຊືມຫຼຸດລົງ ແລະ ​ເຮັດ​​ໃຫ້​ລະບົບ​ຍ່ອຍ​ອາຫານ​ຍາກ​ນຳ. ຄວນຫຼີກລ້ຽງອາຫານບາງຊະນິດທີ່ມີໄຂ່ດິບປະສົມຢູ່ເຊັ່ນວ່າ: ເວລາເຮັດເຂົ້າໜົມ, ເຄັກ ​ແລະ ອຶ່ນໆທີ່ມີໄຂ່ເປັນສ່ວນປະສົມຢູ່ນໍາ ໂດຍສະເພາະເວລາປຸງ​ແຕ່ງຄວນໃຫ້ສຸກດີກ່ອນຈຶ່ງຄ່ອຍຊີມ ຫຼື ກິນ.