ຊົມເຊີຍ! ການນຳແຂວງໄຊຍະບູລີ ລົງຢ້ຽມຢາມ ມອບເຄື່ອງຊ່ວຍເຫຼືອອ້າຍນ້ອງທະຫານຊາຍແດນ

113

ເພື່ອເປັນຢື້ຢາມຖາມຂ່າວ ແລະ ໃຫ້ກຳລັງໃຈອ້າຍນ້ອງທະຫານ ທີ່ໄດ້ປະຕິບັດໜ້າທີ່ຕາມຊາຍແດນ ໃນວັນທີ 12 ກຸມພາ 2020 ຜ່ານມາ ທ່ານ ພົງສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ໄຊຍະບູລີ, ໄດ້ລົງຢ້ຽມຢາມພົບປະກັບອ້າຍນ້ອງທະຫານຊາຍແດນ ເຂດເມືອງ ບໍ່ແຕນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ເພື່ອຖາມຂ່າວຄາວ, ຄວາມສຸກ-ທຸກ ແລະ ໃຫ້ກໍາລັງໃຈອ້າຍນ້ອງທະຫານຊາຍແດນແຕ່ລະສະຫາຍ.

ພ້ອມທັງຮຽກຮ້ອງໃຫ້ອ້າຍນ້ອງທະຫານແຕ່ລະສະຫາຍ ຈົ່ງເຊີດຊູທຸກກໍາລັງແຮງເຂົ້າໃນການປະຕິບັດໜ້າທີ່-ທີ່ຊາດໄດ້ມອບໝາຍໃຫ້ ກໍຄື ການຮັກສາຊາຍແດນ, ເຂດນໍ້າແດນດິນອັນຄົບຖ້ວນຂອງຊາດ ໂດຍສະເພາະແມ່ນເຂດນໍ້າແດນດິນຂອງແຂວງ ໄຊຍະບູລີ ໄວ້ໃຫ້ໝັ້ນຄົງ, ພ້ອມກັນອົດທົນຜ່ານຜ່າອຸປະສັກນາໆປະການ ເພື່ອເຮັດໜ້າທີ່ວິຊາສະເພາະໃຫ້ສໍາເລັດ.

ໃນໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສິດທະວົງ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ປ້ອງກັນຊາຍແດນ, ຈາກນັ້ນ ກໍໄດ້ໄປຢ້ຽມຢາມ ແລະ ພົບປະກັບປະຊາຊົນ ບ້ານນໍ້າພຽງ ໂດຍທ່ານໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານສືບຕໍ່ຊື້ນໍາ-ນໍາພາປະຊາຊົນໃນການປູກພືດເປັນສິນຄ້າໃຫ້ຫຼາຍ, ປູກໃນສະຖານທີ່-ທີ່ຂັ້ນເທິງໄດ້ຈັດສັນໃຫ້, ເອົາໃຈໃສ່ປົກປັກຮັກສາປ່າໄມ້, ຕ້ານ ແລະ ສະກັດກັ້ນໄຟປ່າ, ຮັກສາສຸຂະພາບ ພ້ອມທັງປ້ອງກັນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕາມລະດູການ, ຮັກສາຄວາມສາມັກຄີໃຫ້ເປັນປືກແຜ່ນ, ສືກສາອົບຮົມລູກຫລານໃຫ້ຫ່າງໄກຈາກຢາເສບຕິດ ແລະ ເປັນເຈົ້າການໃນການປ້ອງກັນຊາຍແດນຮ່ວມກັບອ້າຍນ້ອງທະຫານຊາຍແດນໃຫ້ມີຄວາມສະຫງົບ ແລະ ອື່ນໆ.

ທີ່ມາ, ຂ່າວສານປະເທດລາວ