ໜ້າສົນໃຈ! ເຕັກນິກການຕອນໝາກຫຸ່ງ ໄດ້ຕົ້ນເຕ້ຍອອກໝາກໄວ ປູກເທື່ອດຽວເກັບໄດ້ໝົດປີ

247

ສະບາຍດີທ່ານຜູ້ອ່ານແຟນເພຈ ຂ່າວເສດຖະກິດ-ການຄ້າ ທີ່ຕິດຕາມອ່ານຂໍ້ມູນຂ່າວສານຂອງພວກເຮົາມາໂດຍຕະຫຼອດ ມື້ນີ້ແອັດມິນມີເຄັດລັບດີໆກ່ຽວກັບກະສິກໍາປູກຝັງມາຝາກມາຕ້ອນອີກແລ້ວ ເຊິ່ງມື້ນີ້ຜູ້ຂຽນໄດ້ເລືອກເອົາເຕັກນິກການຕອນຫຼາກຫຸ່ງໃຫ້ຕົ້ນເຕ້ຍ ອອກໝາກໄວ ມາແບ່ງປັນໃຫ້ທຸກທ່ານໄດ້ສຶກສານໍາກັນ ເຊິ່ງເປັນຄວາມຮູ້ຈາກປະເທດເພື່ອນບ້ານເຮົາເອງທີ່ມີຜູ້ປູກພືດຫຼາກຫຼາຍຊະນິດປະສົມປະສານກັນໄປ ແຕ່ຈຸດເດັ່ນແມ່ນການປູກໝາກຫຸ່ງສາຍພັນຮອນແລນທີ່ປູກໃນສວນກະເສດທອງ.

ສໍາລັບຂັ້ນຕອນໃນການຕອນໝາກຫຸ່ງ ເປັນສ່ວນສໍາຄັນໃນການເພີ່ມຜົນຜະລິດອອກສູ່ຕະຫຼາດໄດ້ຢ່າງຕໍ່ເນື່ອງ ເພາະນອກຈາກຈະໃຫ້ຜົນຜະລິດໄວແລ້ວ ຍັງເກັບໝາກໄດ້ສະດວກ ແລະ ບໍ່ສ່ຽງເລື່ອງໝາກຫຸ່ງຈະເປັນຕົ້ນຜູ້ ຫຼື ຕົ້ນແມ່ ເພາະການຕອນກິ່ງທີ່ສວນກະເສດດັ່ງກ່າວ ໃຊ້ຕົ້ນໝາກຫຸ່ງທີ່ເປັນກະເທີຍຄືມີ 2ເພດ ໃນດອກດຽວກັນ ພຽງແຕ່ຄັດເລືອກຕົ້ນທີ່ສົມບູນ, ແຂງແຮງ ໃຫ້ຜົນຜະລິດຫຼາຍກໍ່ຄຸ້ມຄ່າແລ້ວ

ເຊິ່ງຈຸດເດັ່ນຂອງການຕອນໝາກຫຸ່ງມີດັ່ງນີ້: ມັນຖືເປັນການຂະຫຍາຍພັນໂດຍທີ່ບໍ່ຕ້ອງງຊ້ແກ່ນພັນ ເນື່ອງຈາກການປູກໝາກຫຸ່ງດ້ວຍແກ່ນຈະມີການກາຍພັນເຖິງ 90% ເຊິ່ງຖືວ່າສ່ຽງຫຼາຍໃນການປູກໃຫ້ໄດ້ຄືກັບຕົ້ນແມ່ ກົງກັນຂ້າມກັບການຂະຫຍາຍພັນດ້ວຍການຕອນກິ່ງ ຕົ້ນພັນຈະໄດ້ຄືກັນກັບແມ່ທຸກຢ່າງ ແລະ ການປູກດ້ວຍການຕອນກິ່ງ ຕົ້ນໝາກຫຸ່ງກໍ່ຈະເຕ້ຍ ເຮັດໃຫ້ບໍ່ຫັກງ່າຍ ແລະ ຈະໃຫ້ໝາກໄ ແລະ ດົກນໍາອີກ.

ອຸປະກອນທີ່ໃຊ້ໃນການຕອນກິ່ງ: ມີດຂະໜາດນ້ອຍ ແລະ ຕ້ອງຄົມ, ເຊືອກ ຫຼື ຢາງ ເພື່ອມັດ, ຖົງຢາງຂະໜາດ 3×5 ນິ້ວ, ຝອຍໝາກພ້າວ, ລິ່ມໄມ້ເນືອ້ອແຂງຂະໜາດເທົ່າສໍ ຫຼື ໃຊ້ເສດອິດມອນແດງກໍ່ໄດ້.

ວິທີການຕອນ: ສິ່ງສໍາຄັນ ແລະ ເປັນສິ່ງທໍາອິດ ນັ້ນຄືການຄັດເລືອກແນວພັນທີ່ຈະຕອນໃຫ້ດີ, ຕົ້ນພັນຕ້ອງມີຄວາມສົມບູນທຸກຢ່າງ, ຕັ້ງແຕ່ລັກສະນະຂອງຕົ້ນ ແລະ ລັກສະນະຂອງໝາກອັນເປັນທີ່ຕ້ອງການຂອງຕະຫຼາດ ລວມເຖິງການຕ້ານທານໂລກດ້ວຍ, ເມື່ອໄດ້ຕົ້ນພັນທີ່ດີແລ້ວ ເຮົາກໍ່ຕັດຕົ້ນໃຫ້ສູງພໍປະມານ

ຕໍ່ມາໝາກຫຸ່ງທີ່ຕັດກໍ່ຈະແຕກກິ່ງອອກມາ 4-5ກິ່ງ ພາຍໃນ 2ເດືອນເຄິ່ງ, ກິ່ງຈະຍາວປະມານ 20-25ຊັງຕີແມັດ ແລ້ວປາດກິ່ງພັນທີ່ປົ່ງອອກມາ ຈາກລຸ່ມຂຶ້ນເທິງເປັນປາກປາສະຫຼາມຈາກນັ້ນໃຊ້ລິ່ມໄມ້ນ້ອຍໆຂັດໄວ້ບໍ່ໃຫ້ເນື້ອໄມ້ຕິດກັນ ນໍາຝອຍໝາກພ້າວແຊ່ນໍ້າໄວ້ 1ຄືນ ແລ້ວບີບນໍ້າອອກບັນຈຸລົງໃນຖົງຢາງທີ່ກຽມໄວ້ ມັດໃຫ້ແໜ້ນ ປາດທໍ່ນໍ້າລ້ຽງໃຫ້ຈາກກິ່ງຕອນປະມານ 3-5ນິ້ວ ວິທີນີ້ຈະເຮັດໃຫ້ຮາກງອກໄດ້ໄວຂຶ້ນໄປອີກພາຍໃນ 30-45ວັນ ຮາກຈະງອອກອອກມາເຕັມຖົງ ຮອດຊ່ວງນີ້ສາມາດນໍາຕົ້ນໝາກຫຸ່ງຕອນກິ່ງໄປເພາະຊໍາ ອະນຸບານໃຫ້ແຂງແຮງ ເພື່ອລໍຖ້າການນໍາໄປປູກຕໍ່.