ນໍ້າໃນມະຫາສະໝຸດໄຫຼໄວຂຶ້ນສົ່ງຜົນຕໍ່ອາກາດໂລກ

64

ຜົນການສຶກສາຫຼ້າສຸດຂອງຄະນະນັກວິທະຍາສາດສາກົນທີ່ຕີພິມໃນວາລະສານວິທະຍາສາດຊີ້ວ່າ:ກະແສນໍ້າໃນມະຫາສະໝຸດທົ່ວໂລກກໍາລັງເຄື່ອນຕົວດ້ວຍອັດຕາທີ່ໄວຂຶ້ນກວ່າສອງເທົ່າທົດສະວັດກ່ອນ.

ໂດຍປາກົດການນີ້ເກີດຂຶ້ນໃຫ້ເຫັນຢ່າງຈະແຈ້ງໃນບໍລິເວນເຂດຮ້ອນຕະຫຼອດຮອດທັງໃຕ້ທະເລທີ່ມີຄວາມເລິກເຖິງລະດັບ2.000ແມັດ.

ທ່ານ ດຣ.ແຈເນັດ ສະປຣິນທອນ ນັກວິທະຍາສາດຈາກສະຖາບັນຄຣິບເພື່ອການສຶກສາມະຫາສະໝຸດແຫ່ງມະຫາວິທະຍາໄລແຄລິຟໍເນຍ ວິທະຍາເຂດຊານດິເອໂກໜຶ່ງໃນຄະນະວິໄຈກ່າວວ່າ:ສິ່ງທີ່ພົບສ້າງຄວາມແປກໃຈເນື່ອງຈາກກ່ອນໜ້ານີ້ຄາດຄະເນວ່າກະແສນໍ້າຈະໄຫຼໄວຂຶ້ນໜ້ອຍດຽວຕາມອິດທິພົນຂອງກະແສລົມທີ່ພັດໄວ ແລະ ຮ້າຍແຮງຂຶ້ນຢູ່ແລ້ວ,ແຕ່ອັດຕາໄວຂອງກະແສນໍ້າທີ່ວັດແທກໄດ້ຫຼ້າສຸດກັບໄຫຼໄວກວ່າທີ່ເຄີຍຄາດຄະເນໄວ້ຫຼາຍເທົ່າເຊິ່ງອາດຈະເປັນຜົນກະທົບຈາກການປ່ຽນແປງຂອງອາກາດ.

ຜົນການສຶກສາຊີ້ວ່າ:ກະແສລົມທີ່ພັດຢູ່ເທິງໜ້ານໍ້າມະຫາສະໝຸດທົ່ວໂລກມີຄວາມໄວຂຶ້ນໂດຍສະເລ່ຍ1,9%ຕໍ່ໄລຍະເວລາທຸກ10ປີ ແລະ ໄດ້ຖ່າຍທອດພະລັງງານໃຫ້ກັບເນື້ອທີ່ມະຫາສະໝຸດທາງເທິງເຊິ່ງຄິດເປັນ76%ຂອງໜ້ານໍ້າທີ່ຢູ່ເໜືອລະດັບຄວາມເລິກ2.000ແມັດ.