ປະຊາຊົນແຂວງອຸດົມໄຊ ມີລາຍຮັບສະເລ່ຍຕໍ່ຫົວຄົນ 1.352 ໂດລາ

168
DCIM100MEDIADJI_0050.JPG

ປີ 2019 ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວຢູ່ໃນລະດັບ 7,92% ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ທີ່ 1.352 ໂດລາ, ຂະນະທີ່ປີ 2020 ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 8,07% ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 1.406 ໂດລາ.

ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊໃຫ້ຮູ້ວ່າ: ໂດຍລວມແລ້ວທົ່ວ ແຂວງອຸດົມໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7,92% ມູນຄ່າລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸ 3.896,26 ຕື້ກີບ ຫຼື ປະມານ 440,25 ລ້ານໂດລາສະຫະລັດ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 1.352 ໂດລາສະຫະລັດ. ໃນນັ້ນ, ຂະແໜງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວ 5,06%, ອຸດສາຫະກຳ ແລະ ການຄ້າ 6,44%, ການບໍລິການ 11,09% ແລະ ພາສີອາກອນຜະລິດຕະພັນ ແລະ ຂາເຂົ້າຂະຫຍາຍຕົວ 7,92%, ເມື່ອທຽບໃສ່ຕົວເລກຄາດໝາຍທີ່ສະພາປະຊາຊົນແຂວງໄດ້ຮັບຮອງ ເຫັນວ່າປະຕິບັດໄດ້ລື່ນເປົ້າໝາຍທີ່ກໍານົດໄວ້ ໂດຍສະເພາະແມ່ນການຂະຫຍາຍຕົວຂອງເສດຖະກິດ ເຊິ່ງສະພາໄດ້ຮັບຮອງແມ່ນ 7,7% ແຕ່ປະຕິບັດໄດ້ 7,92%.

ສ່ວນທິດທາງແຜນການ ໃນປີ 2020 ນີ້ ທາງສະພາປະຊາຊົນແຂວງອຸດົມໄຊ ໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ຕາມການສະເໜີຂອງອົງການປົກຄອງແຂວງ ໂດຍອີງໃສ່ຄວາມສາມາດທາງດ້ານງົບປະມານເປັນຕົວກຳນົດແຜນ ເຊິ່ງຕ້ອງສູ້ຊົນຈັດຕັ້ງປະຕິບັດ ດ້ານເສດຖະກິດມະຫາພາກ, ມີການຂະຫຍາຍຕົວໃນລະດັບ 8,07% ຂຶ້ນໄປ, ສ້າງມູນຄ່າຜະລິດຕະພັນພາຍໃນໃຫ້ບັນລຸ 4.148,92 ຕື້ກີບ, ສະເລ່ຍຕໍ່ຫົວຄົນປະມານ 1.406 ໂດລາສະຫະລັດ.

( ຂ່າວ: ຄານມະນີ ຮຽນດໍຈັນ )