ອົບຮົມການປະກອບແບບຟອມການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ

83

ໃນວັນທີ 12 ກຸມພາ 2020 ນີ້ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “ ການປະກອບແບບຟອມການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ” ໃຫ້ພະນັກງານຈາກ ທະນາຄານລາວ-ຈີນ, ທະນາຄານເອັສທີ, ທະນາຄານໄຊງ່ອນເທື່ອງຕິ່ນ ລາວ (ຊາຄອມແບັງ ລາວ) ແລະ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ເຊິ່ງເປັນທະນາຄານທີ່ເຂົ້າຮ່ວມໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ໂຄງການ SME Access to Finance, SME A2F ໂດຍການເປັນປະທານເປີດງານ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າ ກສວ ທັງເປັນຜູ້ອໍານວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານທະນາຄານທີ່ຮັບຜິດຊອບປະສານງານໂຄງການ SME A2F ເຂົ້າໃຈການປະກອບແບບຟອມປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມໃຫ້ຫຼາຍຂຶ້ນ ພ້ອມທັງເຂົ້າໃຈກ່ຽວກັບນະໂຍບາຍ, ລະບຽບການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມຂອງ ສປປ ລາວ ແລະ ທະນາຄານໂລກ ຕາມທີ່ໄດ້ກຳນົດໄວ້ໃນຂອບເອກະສານຂອງໂຄງການດັ່ງກ່າວ.

ພ້ອມນັ້ນ, ກໍເພື່ອຖອດຖອນບົດຮຽນການປະກອບແບບຟອມ ແລະ ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ໃນການປ່ອຍກູ້ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ທີ່ໄດ້ປະຕິບັດໃນໄລຍະຜ່ານມາ.

ທ່ານ ໝອນ ນວນສີວົງ ທີ່ປຶກສາດ້ານສິ່ງແວດລ້ອມຂອງໂຄງການເຂົ້າເຖິງແຫຼ່ງທຶນຂອງ ວນກ ຂອງທະນາຄານໂລກ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ຈະສ້າງຄວາມເຂົ້າໃຈ ແລະ ປະສົບການໃນການປະກອບເອກະສານທີ່ກ່ຽວກັບຕົນເອງ, ສາມາດອະທິບາຍໃຫ້ ວນກ ທີ່ກູ້ຢືມໃນການປະກອບເອກະສານ ແລະ ສາມາດກວດສອບເອກະສານດ້ານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບນະໂຍບາຍການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມຕ່າງໆ.

ນອກນັ້ນ, ມີແບບຟອມ ແລະ ເອກະສານຕົວຢ່າງ ທີ່ເປັນບ່ອນອີງໃນການສ້າງເອກະສານເຫຼົ່ານັ້ນໃນຕໍ່ໜ້າ, ສາມາດກຳນົດວິທີແກ້ໄຂໃນຕໍ່ໜ້າບັນຫາກ່ຽວກັບການປະກອບເອກະສານ ແລະ ບົດລາຍງານດ້ານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມໃຫ້ຖືກຕ້ອງ ແລະ ສອດຄ່ອງ ລວມທັງແຜນລົງຕິດຕາມກວດກາ ແລະ ຊຸກຍູ້ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມຂອງ ວນກ ຫຼື ໂຄງການເງິນກູ້.