ຄາດ! ການຂາດດຸນງົບປະມານ ຈະຢູ່ທີ່ 3% ຂອງ ຈີດີພີ

173

ການຂາດດຸນງົບປະມານຄ່ອຍຫຼຸດລົງຈາກ 5,5% ຂອງ GDP ໃນປີ 2017 ມາເປັນ 4,3% ໃນປີ 2018 ແລະ ຄາດຄະເນຫຼຸດລົງ ປະມານ 3% ຂອງ GDP ໃນປີ 2019, ສ່ວນຍຸດທະຍາດພັດທະນາການເງິນແຫ່ງລັດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ປະກອບມີ 6 ແຜນງານ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກ່າວບາງຕອນສໍາຄັນວ່າ: ໃນປີ 2017 ລັດຖະບານກໍໄດ້ແຕ່ງຕັ້ງຄະນະນໍາການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ເຊິ່ງມາຮອດໃນປີ 2018 ກະຊວງການເງິນ ໄດ້ຜັນຂະຫຍາຍຍຸດທະສາດດັ່ງກ່າວ ຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ປີ 2018 ຈົນຮອດປັດຈຸບັນ ກະຊວງການເງິນ ໄດ້ມີຜົນສໍາເລັດຫຼາຍດ້ານເປັນຕົ້ນສະພາບລວມຂອງງົບປະມານກໍຄ່ອຍປັບປຸງດີຂຶ້ນ, ການຈັດເກັບລາຍຮັບໄດ້ຕາມແຜນ ແລະ ເກີນແຜນໃນໄລຍະ 2018 – 2019 ຜ່ານມາ;

ການຂາດດຸນງົບປະມານຄ່ອຍຫຼຸດລົງ ຈາກ 5,5% ຂອງ GDP ໃນປີ 2017 ມາເປັນ 4,3% ໃນປີ 2018 ແລະ ຄາດຄະເນຫຼຸດລົງ ປະມານ 3% ຂອງ GDP ໃນປີ 2019; ການປັບປຸງໂຄງສ້າງນະໂຍບາຍລາຍຮັບ – ຈ່າຍງົບປະມານແຫ່ງລັດ ສຳລັບປີ 2019 -2021 ບົນພື້ນຖານເອົາລາຍຮັບພາຍໃນມາເປັນບ່ອນອີງສຳລັບການສ້າງແຜນລາຍຈ່າຍ ເພື່ອຫຼຸດຜ່ອນການກູ້ຢືມຈາກພາຍນອກ

ຄວບຄຸມອັດຕາການຂາດດຸນງົບປະມານດ້ວຍການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ຫຼຸດຜ່ອນລາຍຈ່າຍການລົງທຶນທີ່ບໍ່ມີປະສິດທິຜົນ; ຫຼຸດຜ່ອນໂກຕາຮັບລັດຖະກອນໃໝ່ ເພື່ອປັບປຸງໂຄງສ້າງເງິນເດືອນ – ເງິນອຸດໜູນລັດຖະກອນ ແລະ ສໍາເລັດການທົບທວນ, ປັບປຸງ ແລະ ສ້າງໃໝ່ ຫຼາຍນິຕິກຳໃນຂົງເຂດຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ.

ທ່ານກ່າວຕື່ມວ່າ: ນອກນັ້ນຍັງໄດ້ຕິດຕັ້ງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝມາຊ່ວຍໃນການຈັດເກັບລາຍຮັບ ເປັນຕົ້ນລະບົບ TaxRIS, ASYCUDA ເຂົ້າໃນການແຈ້ງພາສີໃນຂອບເຂດທົ່ວປະເທດ, ນໍາໃຊ້ເຄື່ອງ Scanner, ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ( LNSW ) ແລະ ການຈັດຕັ້ງປະຕິບັດລະບົບການຊຳລະພາສີທີ່ດິນຜ່ານລະບົບທະນາຄານ ສຳລັບແຂວງ ແລະ ເມືອງທີ່ມີເງື່ອນໄຂ.

ໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ຖະແຫຼງຜົນການປະເມີນ PEFA ວ່າ: PEFA ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2018 ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກທະນາຄານໂລກ ເຊິ່ງກະຊວງການເງິນ ໄດ້ຜັນຂະຫຍາຍໄປຕາມຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ປະກອບມີ 6 ແຜນງານ ຄື: 1 ແຜນງານການປັບປຸງນະໂຍບາຍການເງິນ; 2 ແຜນງານການສ້າງ ແລະ ປັບປຸງນິຕິກຳຂະແໜງການເງິນ; 3 ແຜນງານການປະຕິຮູບລະບົບຄຸ້ມຄອງລາຍຮັບ; 4 ແຜນງານປະຕິຮູບລະບົບຄຸ້ມຄອງລາຍຈ່າຍ; 5 ແຜນງານການພັດທະນາຂະແໜງການການເງິນເປັນທັນສະໄໝ; 6 ແຜນງານການຄຸ້ມຄອງ ແລະ ພັດທະນາການຈັດຕັ້ງ – ບຸກຄະລາກອນ.

ພາບປະກອບຂ່າວ

ໃນການຈັດຕັ້ງປະຕິບັດແຕ່ລະແຜນງານໄດ້ກຳນົດໂຄງການ, ໜ້າວຽກລະອຽດ, ໄລຍະການຈັດຕັ້ງປະຕິບັດ, ແຫຼ່ງທຶນ ແລະ ໄດ້ຮັບການຮັບຮອງແຜນປະຕິຮູບດັ່ງກ່າວໃນເດືອນມີນາ 2018. ສະນັ້ນ, ສາມາດເວົ້າໄດ້ວ່າພວກເຮົາໄດ້ນຳເອົາຜົນການປະເມີນ PEFA ດ້ານຂໍ້ຄົງຄ້າງມາກຳນົດໃສ່ແຕ່ລະແຜນງານປະຕິຮູບການເງິນແຫ່ງລັດຂ້າງເທິງ. ຂ້າພະເຈົ້າ ເຊື່ອໝັ້ນວ່າຜົນການປະເມີນ PEFA ໃນຄັ້ງນີ້ ຈະເປັນບ່ອນອີງໃຫ້ກະຊວງການເງິນພວກເຮົາ ກໍຄືບັນດາຫົວໜ່ວຍງົບປະມານຈະນຳເອົາຜົນການປະເມີນແຕ່ລະຕົວຊີ້ວັດ PEFA ເຂົ້າໃນແຜນປະຕິຮູບການຄຸ້ມຄອງການເງິນແຫ່ງລັດຂອງຕົນໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 12 ກຸມພາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ Nicola Pontara ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ; ທ່ານ Leo Faber ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳລາວ, ມີບັນດາທ່ານຮອງລັດຖະມົນຕີ ຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.