ອັດຕາເງິນເຟີ້ເດືອນມັງກອນ ເພີ່ມຂຶ້ນ 0,90%

179

ດັດຊະນີລາຄາການຊົມໃຊ້ ( ອັດຕາເງິນເຟີ້ ) ປະຈໍາເດືອນມັງກອນ 2020 ຢູ່ໃນລະດັບ 6,94% ຖືວ່າເພີ່ມຂຶ້ນຈາກເດືອນທັນວາ 2019 ປະມານ 0,90%, ສາເຫດຕົ້ນຕໍແມ່ນການເໜັງຕີງເພີ່ມຂຶ້ນຂອງໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າ 1,47% ເນື່ອງຈາກລາຄາເຂົ້າສານ, ຊີ້ນ ແລະ ປາ ມີທ່າອ່ຽງສູງຂຶ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 1,15% ຍ້ອນການສູງຂຶ້ນຂອງລາຄາຄໍາຮູບປະພັນ ແລະ ເຄື່ອງໃຊ້ສ່ວນຕົວ.

ຂະນະທີ່ໝວດໄປສະນີ ແລະ ໂທລະຄົມມະນາຄົມ ປັບຕົວເພີ່ມຂຶ້ນ 1.23% ຍ້ອນລາຄາໂທລະສັບ ແລະ ອຸປະກອນເຄື່ອງສື່ສານເພີ່ມຂຶ້ນ. ນອກນັ້ນ, ເຄື່ອງໃຊ້ໃນເຮືອນ, ເຄື່ອນຸ່ງຫົ່ມ ແລະ ເກີບ ກໍເພີ່ມຂຶ້ນເຊັ່ນດຽວກັນຢູ່ໃນລະດັບ 4,82%, ສ່ວນໝວດຄົມມະນາຄົມ ແລະ ຂົນສົ່ງແມ່ນເພີ່ມຂຶ້ນຢູ່ລະດັບ 0,34%.

ພາບປະກອບຂ່າວ

ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ: ປັດໄຈ ແລະ ສາເຫດການປ່ຽນແປງລາຄາໃນເດືອນມັງກອນ 2020 ເປັນໄລຍະເທດສະການປີໃໝ່ຫວຽດນາມ ແລະ ຈີນ ເຮັດໃຫ້ຄວາມຕ້ອງການບໍລິໂພກຫຼາຍຂຶ້ນກວ່າປົກກະຕິ ໂດຍສະເພາະແມ່ນຊີ້ນໝູ, ສັດປີກ ແລະ ເຄື່ອງໃຊ້ສອຍອື່ນໆທີ່ຕິດພັນກັບງານດັ່ງກ່າວ. ນອກນັ້ນ, ຍັງມີບັນຫາການລະບາດຂອງພະຍາດອະຫິວາໝູອາຟຣິກາແກ່ຍາວມາຮອດປັດຈຸບັນ ແລະ ອີກຫຼາຍປັດໄຈທີ່ສົ່ງຜົນກະທົບໃຫ້ອາຫານສົດເພີ່ມສູງຂຶ້ນ ໂດຍສະເພາະແມ່ນລາຄາໝູ ແລະ ສະພາບອາກາດມີການປ່ຽນແປງສົ່ງຜົນໃຫ້ໝູຈະເລີນເຕີບໂຕຊ້າ, ການລະບາດຂອງພະຍາດກໍສົ່ງຜົນໃຫ້ມີຕົ້ນທຶນການຜະລິດສູງຂຶ້ນ.

ພາບປະກອບຂ່າວ

ນອກນັ້ນ, ສະພາບໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງໃນໄລຍະຜ່ານມາ ກໍຍັງເປັນຜົນພວງມາຮອດປັດຈຸບັນ ແລະ ຄາດວ່າຈະສົ່ງຜົນກະທົບຕື່ມໃນຕໍ່ໜ້າ ໂດຍສະເພາະແມ່ນລະດູການຜະລິດນາແຊງ ແລະ ພືດຜັກອື່ນໆ. ສໍາລັບສິນຄ້າອຸປະໂພກ – ບໍລິໂພກສ່ວນໃຫຍ່ແມ່ນຍັງເພິ່ງພາການນໍາເຂົ້າຈາກຕ່າງປະເທດ. ສະນັ້ນ, ອັດຕາແລກປ່ຽນຍັງຄົງສືບຕໍ່ມີຜົນກະທົບໃຫ້ລາຄາສິນຄ້າເພີ່ມຂຶ້ນ ໂດຍສະເພາະແມ່ນສິນຄ້າ ແລະ ບໍລິການຜ່ານຕົວແທນຈໍາໜ່າຍ ເຮັດໃຫ້ປະຊາຊົນອອກໄປຊື້ສິນຄ້າຢູ່ປະເທດເພື່ອນບ້ານ ເນື່ອງຈາກມີລາຄາຖືກກວ່າ.

ພາບປະກອບຂ່າວ

ເວົ້າສະເພາະສະພາບການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການແຕ່ລະໝວດເດືອນຕໍ່ເດືອນ ມີດັ່ງນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ແມ່ນທາດເຫຼົ້າ ເພີ່ມຂຶ້ນ 1,47%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,24%; ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 0,41%; ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,28%; ເຄື່ອງໃຊ້ໃນເຮືອນ ແລະ ຕົກແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 0,78%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,64%; ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 0,30%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1,23%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 0,07%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0,12%; ສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 1,15%.