ຍອດບໍລິຈາກ 2 ຕື້ກວ່າກີບ ຊ່ວຍເຫຼືອຜູ້ເຄາະຮ້າຍຈາກໄວຣັສສາຍພັນໃໝ່ຢູ່ຈີນ

111

ວັນທີ 11 ກຸມພາ 2020 ສະມາຄົມມິດຕະພາບ ລາວ – ຈີນ ຮ່ວມກັບນະຄອນຫຼວງວຽງຈັນ ໄດ້ຈັດງານລະດົມທຶນ ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກພະຍາດປອດອັກເສບໂຄໂຣນາ ຢູ່ເມືອງອູຮັ່ນ ແຂວງຫູເປີຍ ສປ ຈີນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດລະດັບຊາດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດດັ່ງກ່າວ, ທ່ານ ຈຽງຈ່າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກນະຄອນຫຼວງວຽງຈັນ, ກະຊວງກ່ຽວຂ້ອງ ແລະ ບັນດານັກທຸລະກິດຕ່າງໆເຂົ້າຮ່ວມ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ແຈ້ງເຖິງສະພາບການແຜ່ລະບາດ ເປັນຕົ້ນແມ່ນມາຮອດວັນທີ 11 ກຸມພາ 2020 ທົ່ວປະເທດຈີນ ມີຈຳນວນຜູ້ເສຍຊີວິດ ທັງໝົດ 1.016 ຄົນ ແລະ ຜູ້ຕິດເຊື້ອ ທັງໝົດ 42.638 ກໍລະນີ; ສໍາລັບ ສປປ ລາວ ຍັງບໍ່ທັນມີກໍລະນີຜູ້ຕິດເຊື້ອ. ໃນນັ້ນ, ມີ 21 ກໍລະນີສົງໄສ, ໄດ້ຮັບການແຈ້ງເຕືອນກັບສະຖານທູດຈີນ ປະຈຳລາວ ຈຳນວນ 2 ຄັ້ງ

ໄດ້ຮັບສາຍຈາກສາຍດ່ວນ 166 ຈໍານວນ 356 ຄັ້ງ ແລະ ສາຍຫ້ອງການ IHR ຈຳນວນ 777 ຄັ້ງ ເພື່ອສອບຖາມຂໍ້ມູນ ແລະ ໄດ້ຕິດຕາມຜູ້ໃກ້ຊິດນັກທ່ອງທ່ຽວຊາວຈີນທີ່ມາທ່ຽວລາວ ຫຼັງຈາກກັບປະເທດແລ້ວມີອາການ ທັງໝົດ 242 ຄົນ ເຊິ່ງຍັງບໍ່ພົບອາການ. ນອກນັ້ນ, ຍັງໄດ້ລາຍງານເຖິງສະພາບການກະກຽມຄວາມພ້ອມຂອງລາວ ລວມເຖິງວິທີການປ້ອງກັນ ແລະ ຜົນຮ້າຍຂອງພະຍາດດັ່ງກ່າວ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານສະມາຄົມມິດຕະພາບ ລາວ – ຈີນ ກ່າວວ່າ: ສະມາຄົມມິດຕະພາບ ລາວ – ຈີນ ໄດ້ລະດົມວັດຖຸສິ່ງຂອງທີ່ຈຳເປັນຈາກບັນດາບໍລິສັດ, ສະພາການຄ້າໃນ ສປປ ລາວ ຈຳນວນໜຶ່ງ ແລະ ໄດ້ສົ່ງໄປທີ່ ສປ ຈີນ ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງປະກອບມີ: ຜ້າອັດປາກ ຈຳນວນ 762.750 ຜືນ, ຖົງມືສຳລັບການແພດ 160.000 ຄູ່, ແວ່ນຕາສຳລັບການແພດ 1.000 ອັນ, ໝວກສຳລັບແພດ 25.000 ໜ່ວຍ.

ໂອກາດດັ່ງກ່າວ, ທ່ານ ຈຽງຈ່າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ສະແດງຄວາມຂອບໃຈມາຍັງພັກ – ລັດ ແລະ ປະຊາຊົນລາວທີ່ໄດ້ຊ່ວຍເຫຼືອປະຊາຊົນຈີນໃນຄັ້ງນີ້ ພ້ອມທັງລາຍງານສະພາບການຄວບຄຸມການລະບາດໃນຈີນ ໂດຍທ່ານໄດ້ກ່າວວ່າ: ພາຍໃນ 7 ວັນມານີ້ ຈຳນວນຜູ້ຕິດເຊື້ອໄດ້ຫຼຸດລົງ ຖ້າທຽບໃສ່ການເພີ່ມຂຶ້ນໃນເດືອນຜ່ານມາ ພ້ອມທັງຍົກໃຫ້ເຫັນເຖິງຄວາມສາມາດຂອງ ສປ ຈີນ ແລະ ການຊ່ວຍເຫຼືອຂອງປະເທດເພື່ອນມິດ ໂດຍສະເພາະແມ່ນ ສປປ ລາວ, ເຊິ່ງ ສປ ຈີນ ຈະສາມາດຜ່ານຜ່າເຄາະຮ້າຍໃນຄັ້ງນີ້ໂດຍໄວ.

ພາບປະກອບຂ່າວ

ນອກນັ້ນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງເຖິງນໍ້າໃຈມະນຸດສະທຳ, ມູນເຊື້ອຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງ 2 ຊາວ ລາວ – ຈີນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຜູ້ມາບໍລິຈາກຊ່ວຍໃນຄັ້ງນີ້ ລວມທັງຍັງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງຊ່ວຍກັນລະດົມທຶນເພື່ອຊ່ວຍເຫຼືອຜູ້ປະສົບໄພພະຍາດດັ່ງກ່າວຢູ່ອູຮັ່ນ ເພື່ອແບ່ງເບົາທຸກຂອງປະຊາຊົນຊາວອູຮັ່ນ

ການລະດົມທຶນຊ່ວຍເຫຼືອໃນເບື້ອງຕົ້ນ ສາມາດລະດົມໄດ້ທັງໝົດ 2.223.721.000 ກີບ, 68,9 ພັນໂດລາສະຫະລັດ, 3,4 ພັນຢວນ ແລະ 5 ພັນບາດ. ນອກນັ້ນ, ການລະດົມຍັງຈະສືບຕໍ່ໄປປະມານ 1 ອາທິດ.