ການລວມພະລັງຂອງນັກສະແດງຕົວແມ່ໃນຮູບເງົາ “ Bombshell ”

253

ຮູບເງົາ “ Bombshell ” ຜ່ານການກໍາກັບໂດຍ Jay Roach ເຈົ້າຂອງຜົນງານ “ Trumbo ” ( 2015 ) ທີ່ເຄີຍໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນ Academy Award ແລະ ລູກໂລກທອງຄໍາມາແລ້ວໃນປີ 2016 ແລະ ຂຽນບົດໂດຍ Charles Randolph ເຈົ້າຂອງລາງວັນ Academy Award ແລະ BAFTA ສາຂາບົດຮູບເງົາດັດແປງຍອດຢ້ຽມຈາກ “ The Big Short ” ( 2015 ).

ເມື່ອເຫັນທີມນັກສະແດງນໍາຈາກ 3 ຕົວລະຄອນຕົວແມ່ ຄື: Charlize Theron, Nicole Kidman ແລະ Margot Robbie ທີ່ເປັນເຈົ້າຂອງລາງວັນ Academy Award ແລະ ໄດ້ຮັບການສະເໜີຊື່ເຂົ້າຊີງລາງວັນ Academy Award, ດ້ວຍການສະແດງທີ່ໂດດເດັ່ນຈຶ່ງເຮັດໃຫ້ຮູບເງົາເລື່ອງນີ້ກາຍເປັນອີກໜຶ່ງຜົນງານທີ່ຫຼາຍຄົນຕ້ອງຖ້າຕິດຕາມ.

ຮູບເງົາ “ Bombshell ” ເປັນເລື່ອງລາວທີ່ສ້າງຈາກເລື່ອງຈິງຂອງຄະດີສຸດດັງຂອງວົງການສື່ໂທລະພາບ ເມື່ອສາວໆທັງ 3 ຄົນ ທີ່ເປັນພິທີກອນ ແລະ ຜູ້ປະກາດຂ່າວຮັບບົດໂດຍ Charlize Theron ເຈົ້າຂອງລາງວັນ Academy Award ນັກສະແດງນໍາຍິງຈາກ “ Monster ”, Nicole Kidman ເຈົ້າຂອງລາງວັນ Academy Award ນັກສະແດງນໍາຍິງຈາກ “ The Hours ” ແລະ Margot Robbie ໄດ້ຮັບການສະເໜີຊື່ຊີງລາງວັນ Academy Award ນັກສະແດງນໍາຍິງຈາກ “ I, Tonya ” ໂດຍມີເນື້ອເລື່ອງຈາກການຖືກຄຸກຄາມທາງເພດຈາກ ໂຣເຈີ ທີ່ຮັບບົດໂດຍ ຈອນ ລິນໂກ ຈາກ “ Interstellar ” ເຈົ້າພໍ່ວົງການຂ່າວຜູ້ບໍລິຫານສະຖານີໂທລະພາບ Fox News ເຊິ່ງພວກເຂົາທັງ 3 ຄົນ ຈຶ່ງຕ້ອງຮ່ວມມືກັນເພື່ອເປີດໂປງເບື້ອງເລິກຂອງການກະທໍາທີ່ບໍ່ຖືກຕ້ອງໃຫ້ເຖິງທີ່ສຸດ.

ພວກເຂົາທັງ 3 ຄົນ ຈະສາມາດເປີດໂປງຄວາມຊົ່ວນີ້ໄດ້ ຫຼື ບໍ່ ສາມາດຕິດຕາມໄດ້ເຊິ່ງເຂົ້າສາຍແລ້ວທຸກໂຮງຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]