ທ່ຽວພູເກັງ ຊົມສະຖານທີ່ຜະລິດໄຫຫີນ

302

ພູເກັງ ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມສວຍງາມ ແລະ ໜ້າທ່ຽວທີ່ສຸດອີກແຫ່ງໜຶ່ງໃນແຂວງຊຽງຂວາງ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຕົວເມືອງໂພນສະຫວັນ ປະມານ 15 ກິໂລແມັດ, ຈາກທົ່ງໄຫຫີນ ມາປະມານ 10 ກິໂລແມັດ. ໃນນັ້ນ, ມີເສັ້ນທາງຢາງບ້ານລາດງ່ອນ ປະມານ 8 ກິໂລແມັດ ຢ່າງສະດວກສະບາຍ, ທາງທິດເໜືອຕິດກັບບ້ານຊັ້ງ, ທິດໃຕ້ຕິດກັບບ້ານວຽງຄຳ, ທິດຕາເວັນອອກຕິດກັບບ້ານລາດງ່ອນ, ທິດຕາເວັນຕົກຕິດກັບບ້ານຈ້າ ແລະ ທິດຕາເວັນອອກສ່ຽງໃຕ້ຕິດກັບທົ່ງໄຫຫີນ.

ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນຜູ້ຊີ້ນຳວຽກງານການທ່ອງທ່ຽວແຂວງ ໃຫ້ຮູ້ວ່າ: ສະຖານທີ່ທ່ອງທ່ຽວແຫ່ງນີ້ ໃນປີ 2012 ເປັນຕົ້ນມາ ທາງຄະນະນໍາແຂວງໄດ້ເອົາໃຈໃສ່ໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍໄດ້ສ້າງເສັ້ນທາງປູຢາງ, ເຮັດຂັ້ນໄດຂຶ້ນຫາຈອມພູເພື່ອອຳນວຍຄວາມສະດວກໃນການໄປ – ມາ ແລະ ເລາະທ່ຽວຕາມຮ່ອງຮອຍຕ່າງໆ, ຊົມໄຫຫີນ ແລະ ທິວທັດຕ່າງໆ ພ້ອມທັງນໍາເອົາໄຟຟ້າມາໄຕ້ໃນຖໍ້າ ຫຼື ອຸມົງ ເພື່ອໃຫ້ນັກທ່ອງທ່ຽວສາມາດເດີນຊົມ ແລະ ສຶກສາຮຽນຮູ້ປະຫວັດສາດ.

ພູເກັງ ເປັນສະຖານທີ່ທ່ອງທ່ຽວທີ່ປະສົມປະສານລະຫວ່າງການທ່ອງທ່ຽວທາງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ໂດຍສະເພາະແມ່ນໄດ້ຕິດພັນກັບຄວາມເຊື່ອຖື ແລະ ວັດທະນະທຳຂອງການຕັດຫີນໃນສະໄໝກ່ອນ ໂດຍການຄົ້ນຄວ້າສັນນິຖານກັນວ່າບັນດາໄຫຫີນທີ່ກະແຈກກະຈາຍຢູ່ທົ່ງໄຫຫີນ 1 ແມ່ນຕັດເອົາຈາກພູເກັງ ໄປວາງໄວ້ ຫຼື ວ່າເປັນບ່ອນລິເລີ່ມທໍາອິດ, ເປັນແຫຼ່ງທ່ອງທ່ຽວທີ່ຕິດພັນກັບປະຫວັດສາດໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ປີ 1964 – 1973, ພູເກັງ ເປັນຈຸດປ້ອງກັນໃນການສູ້ຮົບ ເພື່ອຢືນຢັດຮັກສາມາຕຸພູມ ດິນແດນທີ່ແສນຮັກຂອງແຂວງຊຽງຂວາງ ຈົນສາມາດປົດປ່ອຍຊາດລາວໄດ້, ເທິງພູຍັງມີອຸມົງທີ່ທະຫານປະຊາຊົນລາວຂຸດໃນສະໄໝຕໍ່ສູ້ ຈາກຟາກນີ້ຈົນຊອດຟາກພຸ້ນ ເພື່ອເປັນບ່ອນກັນບັງໃນການຕໍ່ສູ້ ແລະ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ເມື່ອຂຶ້ນຮອດເທິງພູສາມາດເບິ່ງເຫັນທິວທັດທຳມະຊາດອັນສວຍງາມຂອງປ່າໄມ້, ພູ ແລະ ເທສະບານຕົວເມືອງໂພນສະຫວັນ ພ້ອມທັງສຳຜັດອາການທີ່ສົດຊື່ນເຢັນສະບາຍ, ມີລົມພັດເບົາໆທີ່ໜ້າຜ່ອນຄາຍທີ່ສຸດອີກຈຸດໜຶ່ງ ເຊິ່ງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນ, ຢືນຢູ່ຈອມພູຍັງສາມາດແນມເຫັນພູກູດ ແລະ ເມືອງສຸຍ.

ຕາມຕໍານານເລົ່າຂານວ່າ: ໃນໄລຍະ ຄ.ສ 1351 ຂຸນເຈືອງ ໄດ້ປົກຄອງເມືອງປະກັນ ຫຼື ເມືອງພວນ, ໃນໄລຍະດັ່ງກ່າວໄດ້ມີການແຜ່ອຳນາດໃນການປົກຄອງ ແລະ ພໍເມື່ອຕໍ່ສູ້ສັດຕູໄດ້ຮັບໄຊຊະນະຢູ່ບ່ອນໃດກໍມີການສະຫຼອງກັນທຸກເທື່ອ. ດັ່ງນັ້ນ, ຂຸນເຈືອງ ຈຶ່ງໄດ້ໃຫ້ເສນາອາມາດມາສ້າງໄຫຫີນຢູ່ພູເກັງແຫ່ງນີ້ເພື່ອໄປໃສ່ເຫຼົ້າ. ດັ່ງນັ້ນ, ພູເກັງແຫ່ງນີ້ຈຶ່ງໄດ້ສົມຍານາມວ່າ “ ບ່ອນຜະລິດໄຫຫີນ ” ຈົນມາຮອດປັດຈຸບັນ  ນີ້.

ເຊິ່ງສະຖານທີ່ທ່ອງທ່ຽວພູເກັງ ໄດ້ຮັບຄວາມສົນໃຈຫຼາຍຈາກນັກທ່ອງທ່ຽວ ແລະ ນັກບູຮານຄະດີໃນການມາທ່ຽວຊົມ, ສຶກສາຄົ້ນຄວ້າກ່ຽວກັບວິທີການຜະລິດໄຫຫີນ, ການຕັດຫີນ, ການວາງຫີນໃນສະໄໝກ່ອນຕາມຫ້ວຍຮ່ອງ ມາສຶກສາຄົ້ນ ຄວ້າວ່າຫີນທີ່ນີ້ວ່າມີຄວາມຄືກັນກັບຢູ່ທົ່ງໄຫຫີນ.

( ໂດຍ: ກາວຊົ່ງ )