ຫົວໃຈເຕັ້ນຜິດປົກກະຕິສ່ຽງຕໍ່ພະຍາດຮ້າຍ ຫຼື ບໍ?

95

ເຄີຍຮູ້ສຶກບໍ່ວ່າຢູ່ດີໆໃຈມັນສັ່ນໆວູບໆ ແຖມຍັງມີອາການຈຸກເອິກເກີດຂຶ້ນມານໍາອີກ ( ທັງທີ່ບໍ່ໄດ້ມີເຫດການ ຫຼື ສິ່ງທີ່ເປັນຕາໜ້າຕື່ນເຕັ້ນເລີຍ ) ເຊິ່ງນີ້ອາດຈະເປັນສັນຍານເຕືອນວ່າຫົວໃຈທ່ານກຳລັງມີລະບົບການເຕັ້ນທີ່ຜິດປົກກະຕິຢູ່ກໍໄດ້.

ຫຼາຍຄົນອາດຈະຄິດວ່າມັນເປັນເລື່ອງໄກຕົວທີ່ບໍ່ຄ່ອຍຈະສົນໃຈ ຫຼື ເອົາໃຈໃສ່ກັບເລື່ອງແບບນີ້ຫຼາຍເທົ່າໃດ, ແຕ່ຂໍບອກວ່າອາການຂອງມັນອາດຮ້າຍແຮງເຖິງຂັ້ນເສຍຊີວິດໄດ້ເລີຍ ແຖມຍັງສາມາດເກີດຂຶ້ນໄດ້ທຸກເພດທຸກໄວ ແລະ ຄົນທີ່ເປັນກໍມັກຈະບໍ່ຮູ້ຕົວນໍາອີກ. ສະນັ້ນ, ການໄດ້ຊອກຫາຂໍ້ມູນທີ່ຈະຊ່ວຍໃຫ້ຄວາມຮູ້ເພີ່ມຕື່ມກ່ຽວກັບພະຍາດ ອາດເກີດຂຶ້ນຍ້ອນການເຕັ້ນຜິດປົກກະຕິຂອງຫົວໃຈ.

ແບບໃດຈຶ່ງເອີ້ນວ່າຫົວໃຈເຕັ້ນຜິດປົກກະຕິ:

ໂດຍປົກກະຕິແລ້ວຫົວໃຈຂອງຄົນເຮົາຈະເຕັ້ນຢູ່ທີ່ປະມານ 60 – 80 ເທື່ອຕໍ່ນາທີ ແຕ່ຖ້າເປັນພະຍາດຫົວໃຈການເຕັ້ນຈະຜິດປົກກະຕິຄື: ຫົວໃຈຈະເຕັ້ນຊ້າ ຫຼື ໄວເກີນໄປ ໂດຍຈະໜ້ອຍກວ່າ 60 ເທື່ອຕໍ່ນາທີ ແລະ ຫຼາຍກວ່າ 100 ເທື່ອຕໍ່ນາທີ ເຊິ່ງຈະພົບໃນເພດຍິງຫຼາຍກວ່າເພດຊາຍ ແລະ ສາມາດເກີດຂຶ້ນໄດ້ກັບທຸກອາຍຸຄົນ.

ຫົວໃຈເຕັ້ນຜິດປົກກະຕິມີຈັກຊະນິດ: ຫົວໃຈເຕັ້ນຜິດປົກກະຕິແມ່ນມີບໍ່ຕ່ຳກວ່າ 10 ຊະນິດ ເຊິ່ງແຕ່ລະຊະນິດກໍມີກົນໄກການເກີດ, ສາເຫດການເກີດ, ອາການ ແລະ ວິທີການປິ່ນປົວທີ່ແຕກຕ່າງກັນໄປ ລວມເຖິງການບົ່ງບອກພະຍາດທີ່ແຕກຕ່າງກັນອອກໄປອີກ ໂດຍທົ່ວໄປຈະແບ່ງຊະນິດຂອງການເຕັ້ນຂອງຫົວໃຈທີ່ຜິດປົກກະຕິອອກເປັນ 3 ຊະນິດ ຄື:

1 ຫົວໃຈເຕັ້ນຊ້າເກີນໄປ: ເຕັ້ນໜ້ອຍກວ່າ 60 ເທື່ອຕໍ່ນາທີ ແມ່ນຮ່າງກາຍໄດ້ຮັບເລືອດເຂົ້າໄປບໍ່ພຽງພໍ.

2 ຫົວໃຈເຕັ້ນໄວແຕ່ບໍ່ຮຸນແຮງຫຼາຍ: ເຕັ້ນຫຼາຍກວ່າ 100 ເທື່ອຕໍ່ນາທີ ຫຼື ອາດເຖິງ 210 ເທື່ອຕໍ່ນາທີ ແລະ ຈະມີອາການໃຈສັ່ນ, ເມື່ອຍ, ຫົວໃຈເຕັ້ນໄວ ຫຼື ແຮງ.

3 ຫົວໃຈເຕັ້ນໄວ ແລະ ຮຸນແຮງຫຼາຍຂຶ້ນ: ເຕັ້ນ 350 ເທື່ອຕໍ່ນາທີ ໂດຍຈະມີອາການໝົດສະຕິ, ຫົວໃຈຢຸດເຕັ້ນ ແລະ ເສຍຊີວິດແບບກະທັນຫັນ.

( ຂໍ້ມູນຈາກ: sanook.com )