ລາວກຽມສະເໜີ ສວນອຸດທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດ

393

ໃນວັນທີ 11 ກຸມພາ 2020 ທີ່ຫ້ອງວ່າການ ແຂວງຄຳມ່ວນ ໄດ້ມີກອງປະຊຸມໜ່ວຍງານສະເພາະກິດວ່າດ້ວຍການກະກຽມຮ່າງຄຳຮ້ອງສະເໜີ ສວນອຸດທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ເປັນ ມໍລະດົກໂລກທາງທຳມະຊາດ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາຫົວໜ້າກົມ ຈາກກະຊວງທີ່ກ່ຽວຂ້ອງ, ມີຜູ້ຕາງໜ້າຈາກກະຊວງການຮ່ວມມື ສະຫະພັນເຢຍລະມັນ, ບັນດາຊ່ຽວຊານ, ຕາງໜ້າ ອົງການຈັດຕັ້ງສາກົນ, ພະແນກການ, ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມຄຳຮ້ອງສະເໜີສວນອຸດທິຍານແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ຈາກກົມມໍລະດົກໂລກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເປັນ ຕົ້ນແມ່ນ: ການກຳນົດຊື່ເຂດພື້ນທີ່ມໍລະດົກໂລກ, ແຜນທີ່, ຈຸດພິກັດ, ດິນຟ້າອາກາດ, ມຸນມອງທາງຊີວະພາບ-ພືດ, ຂະບວນການທາງນິເວດວິທະຍາ ແລະ ຊີວະວິທະຍາ, ເສດຖະກິດ-ສັງຄົມ, ການຊີ້ແຈງອ້າງອີງສຳລັບຂະບວນການນຳ ສະເໜີເຂົ້າຢູ່ໃນບັນຊີມໍລະດົກໂລກ, ຄວາມຈຳເປັນສຳລັບການປ້ອງກັນ ແລະ ການຄຸ້ມຄອງ, ສະພາບການອະນຸລັກ, ປັດໃຈຕ່າງໆທີ່ສົ່ງຜົນຕໍ່ພື້ນທີ່ມໍລະດົກໂລກ, ຄວາມເປັນເຈົ້າການ, ການກຳນົດເຂດປ້ອງກັນ, ຮູບແບບການປະຕິບັດ ມາດຕະການປ້ອງກັນ, ແຜນການຄຸ້ມຄອງ, ການເງິນ, ຄວາມສຳນິສຳນານ ແລະ ການຝຶກອົບຮົມ, ສິ່ງອຳນວຍຄວາມ ສະດວກສຳລັບນັກທ່ອງທ່ຽວ, ນະໂຍບາຍ ແລະ ກິດຈະກຳຕ່າງໆ

ສຳລັບການນຳສະເໜີ ແລະ ການໂຄສະນາ, ບັນດາຕົວຊີ້ວັດ ແລະ ການຈັດລຽງການບໍລິຫານຕ່າງໆສຳລັບການກວດກາຕິດຕາມເຂດພື້ນທີ່ມໍລະດົກ, ພ້ອມນັ້ນຍັງໄດ້ ຮັບຟັງທັກສະຄວາມຄິດເຫັນຂອງລັດຖະບານເຢຍລະມັນ ຕໍ່ຮ່າງຄຳຮ້ອງສະເໜີສວນອຸດທະຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນ ມໍລະດົກໂລກ, ການລາຍງານຄວາມຄືບໜ້າຂອງກົມປ່າໄມ້ ໃນການສ້າງຕັ້ງຫ້ອງການສວນອຸດທິຍານແຫ່ງຊາດ ໂດຍສະເພາະທາງດ້ານບຸກຄະລາກອນ ແລະ ລະບຽບການສວນອຸດທິຍານແຫ່ງຊາດ, ອິດສະຫຼະພາບ ແລະ ການເຫັນດີເບື້ອງຕົ້ນຂອງປະຊາຊົນ. ພ້ອມທັງຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຊີ້ນຳ, ກອງເລຂາຂັ້ນແຂວງ, ຂັ້ນເມືອງ. ຈາກນັ້ນພາກສ່ວນຕ່າງໆທີ່ເຂົ້າຮ່ວມກໍ່ໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ຮ່າງຄຳຮ້ອງ ການສະເໜີສວນອຸດທິຍານແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ທາງທຳມະຊາດ ແຫ່ງທຳອິດໃນ ສປປ ລາວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອສະເໜີຕໍ່ອົງການ UNESCO ຄົ້ນຄວ້າຮັບຮອງເອົາ ເຂົ້າເປັນມໍລະດົກໂລກ.

ທີ່ມາ: Medialaos Khammouane