ມີ 300 ກວ່າຫົວໜ່ວຍ ເຂົ້າຮ່ວມງານວາງສະແດງສິນຄ້າເມືອງນາຊາຍທອງ

65

ຫ້ອງວ່າການປົກຄອງເມືອງນາຊາຍທອງ ຮ່ວມກັບບັນດາຫ້ອງການອ້ອມຂ້າງຂອງເມືອງ ແລະ ຫົວໜ່ວຍທຸລະກິດ – ຄອບຄົວຕົວແບບ ໄດ້ພ້ອມກັນຈັດງານວາງສະແດງສິນຄ້າ ປະຈໍາປີ 2020 ຂຶ້ນໃນລະຫວ່າງວັນທີ 11– 17 ກຸມພາ 2020 ນີ້ ທີ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພາຍໃນງານມີຫົວຫນ່ວຍທຸລະກິດເຂົ້າຮ່ວມນໍາສິນຄ້າວາງສະແດງ 345 ຮ້ານ.

ເຊິ່ງພາຍໃນງານ ຈະມີການວາງສະແດງສິນຄ້າກະສິກໍາ (ປູກຝັງ – ລ້ຽງສັດ), ຫັດຖະກໍາ, ສິນຄ້າອຸດສາຫະກຳ, ສິນຄ້າໂອດ໊ອບຂອງເມືອງ, ການບໍລິການ, ສິນຄ້າຈາກຄອບຄົວຕົວແບບ, ບັນດາໂຮງງານ – ໂຮງງານອ້ອມຂ້າງເມືອງ ແລະ ການວາງສະແດງຂອງບັນດາຫ້ອງການອ້ອມຂ້າງເມືອງນາຊາຍທອງ.

ເມືອງນາຊາຍທອງ ສາມາດສ້າງຕັ້ງກຸ່ມການຜະລິດ 8 ກຸ່ມ, ສ້າງສະຫະກອນລ້ຽງໄກ່ໄຂ່ ແລະ ປາ1ສະຫະກອນ ແລະ ຄອບຄົວຕົວແບບປູກຝັງ- ລ້ຽງສັດເປັນສິນຄ້າ 135 ຄອບຄົວ. ໃນນີ້: ກຸ່ມປູກຜັກມີ 2 ກຸ່ມ ມີ 51 ຄອບຄົວ, ກຸ່ມປູກເຂົ້າເປັນສິນຄ້າມີ5 ກຸ່ມໃຫຍ່ ມີ 68 ຄອບຄົວ, ກຸ່ມປູກຜັກອິນຊີມີ1 ກຸ່ມ ມີ 9 ຄອບຄົວ, ສ່ວນສະຫະກອນລ້ຽງໄກ່ໄຂ່ ແລະ ປາປະກອບມີ7 ຄອບຄົວ.

ສ່ວນຄອບຄົວຕົວແບບມີ 266 ຄອບຄົວ ແລະ ໄດ້ຂຶ້ນບັນຊີເປັນຄອບຄົວຕົວແບບຂອງ ນະຄອນຫຼວງແລ້ວ 11 ຄອບຄົວ. ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດ 3.757 ຫົວໜ່ວຍ ໃນນີ້ຫົວໜ່ວຍຂຶ້ນທະບຽນວິສາຫະກິດຖືກຕ້ອງມີ 1.053 ຫົວໜ່ວຍ ຍັງບໍ່ໄດ້ແຈ້ງຂຶ້ນທະບຽນ 2.704 ຫົວໜ່ວຍ ສ່ວນຕະຫຼາດທັງໝົດມີ 13 ແຫ່ງ.