ແຈກສູດເດັດ! ນໍ້າໝັກຊີວະພາບ ຊ່ວຍໃຫ້ພືດງອກໄວ, ຕ້ານພະຍາດ ແຖມເພີ່ມຜົນຜະລິດໄດ້ຫຼາຍຂຶ້ນ

297

ນໍ້າໝັກຊີວະພາບສູດນີ້ ຖືກວິໃຈໂດຍທີມວິໃຈຈາກມະຫາວິທະຍາໄລກະເສດສາດ ກໍາແພງແສນ (ປະເທດໄທ), ນໍ້າມັກສູດນີ້ອຸດົມໄປດ້ວຍຈຸລິນຊີ ຊ່ວຍໃຫ້ແກ່ນພັນງອກໄວ, ໃຫຍ່ໄວ, ຕ້ານທານໂລກ ເໝາະກັບພືດຜັກທຸກຊະນິດ ໂດຍສະເພາະແມ່ນຜັກສວນຄົວ. ເຊິ່ງຈາກການທົດລອງນໍ້ໝັກຊີວະພາບສູດຕ່າງໆທີ່ໄດ້ຮັບຄວາມນິຍົມຈາກຊາວກະສິກອນໃນທົ່ວປະເທດ ເມື່ອນໍາມາທົດສອບປະສິດທິພາບ ໃນສະພາວະການທົດລອງແບບຄວບຄຸມ ພົບວ່ານໍ້າໝັກສູດໜຶ່ງມີຄຸນສົມບັດໂດດເດັ່ນ ມີປະສິດທິພາບຫຼາຍກວ່າໝູ່ ເໝາະກັບຊາວກະສິກອນນໍາມາໃຊ້ໄດ້ແທ້.

ສ່ວນວິທີການເຮັດ ຜູ້ວິໃຈ ອະທິບາຍວ່າ: ກ່ອນອື່ນໃຫ້ກຽມອຸປະກອນ ໝາກສີດາ 64ກິໂລ, ໝາກຫຸ່ງ 8 ກິໂລ, ໝາກແຕງ 8 ກິໂລ, ກາກນໍ້າຕານ 20ກິໂລ, ນໍ້າ 30ລິດ ແລະ ສານເລັ່ງ(ພດ.2) 2ຊອງ. ຫຼັງຈາກນັ້ນໃຫ້ນໍາໝາກສີດາ, ໝາກຫຸ່ງ, ໝາກແຕງມາຊອຍເປັນອັນນ້ອຍໆ ນໍາມາໃສ່ໃນຖັງໝັກ 120ລິດ, ລະລາຍກາກນໍ້າຕານໃນນໍ້າສະອາດ 20ລິດໃສ່ສານເລັ່ງ ພດ.2 ຄົນໃຫ້ເຂົ້າກັນ ນໍາສ່ວນປະສົມທັງໝົດເທເຂົ້າກັນໃສ່ຖັງໝັກ ປິດຝາຖັງໃຫ້ແໜ້ນ ເປີດຝາຄົນທຸກໆ 3ວັນ ເມື່ອຄົບ 45ວັນ ນໍາມາຕອງດ້ວຍຜ້າມຸ້ງສີຟ້າ ເອົາສະເພາະນໍ້າ ເຊິ່ງຈະໄດ້ນໍ້າໝັກຊີວະພາບ 100ລິດ.

ຈາກການທົດລອງໃນຜັກຫອມ, ຜັກຊີ, ຜັກກາດ, ໝາກເຜັດ ໃຊ້ນໍ້າສະກັດຊີວະພາບເຂັ້ມຂຸ້ນປະສົມນໍ້າໃນອັດຕາ 1:500; ນໍາແກ່ນພັນມາແຊ່ໃນນໍໍ້າໝັກງອກໄວຂຶ້ນ 20-30% ຮາກຍາວກ່ວາ, ເບ້ຍຍາວກວ່າການງອກແບບທໍາມະດາ, ເມື່ອນໍາມາປູກ ນໍານໍ້າໝັກປະສົມນໍ້າໃນອັດຕາເທົ່າກັນ ຫົດພືດທຸກອາທິດຈົນກວ່າຈະເກັບກ່ຽວ ພົບວ່າຜົນຜະລິດສູງຂຶ້ນ 15-30% ເມື່ອທຽບກັບການປູກແບບເກົ່າ, ນອກຈາກນີ້ ນໍ້າໝັກສູດນີ້ຍັງເຮັດໃຫ້ເກີດຈຸລິນຊີບາງຊະນິດ ມາຊ່ວຍກໍາຈັດຈຸລິນຊີທີ່ກໍ່ໃຫ້ເກີພະຍາດກັບພືດນໍາອີກ.

ທີ່ມາ: ໄທລັດ