ແລກປ່ຽນບົດຮຽນກ່ຽວກັບການຮຽນຮູ້ດ້ວຍ Q.10

63

ສາຍວິທະຍາໄລ ແລະ ສູນຝຶກອົບຮົມວິຊາຊີບນະຄອນຫຼວງວຽງຈັນ ສະມາຄົມການສຶກສາພາກເອກະຊົນ ສົ່ງເສີມການພັດທະນາສັກກະຍະພາບຂອງການຮຽນຮູ້ດ້ວຍ Q.10 ເພື່ອໃຫ້ຜູ້ເຂົ້າຮ່ວມກໍານົດເປົ້າໝາຍຊີວິດທີ່ແນ່ນອນ ແລະ ຊັດເຈນ, ທັກສະຊີວິດ ແລະ ທັກສະການຮຽນຮູ້ໃນສະຕະວັດທີ 21.

ເມື່ອວັນທີ 8 ກຸມພາຜ່ານມາ ທີ່ຫ້ອງປະຊຸມວິທະຍາໄລລາວນາໆຊາດ ໄດ້ມີພິທີເປີດຊຸດຝຶກອົບຮົມໄລຍະສັ້ນ ຄັ້ງທີ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ຄໍາແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ, ທ່ານ ນາງ ປາທອງເສີຍ ພອນວັນທາ ປະທານວິທະຍາໄລລາວນາໆຊາດ, ທ່ານ ກາວິນ ມະນີວົງ ຫົວໜ້າສາຍວິທະຍາໄລ ແລະ ສູນຝຶກອົບຮົມວິຊາຊີບນະຄອນຫຼວງວຽງຈັນ ສະມາຄົມການສຶກສາພາກເອກະຊົນ, ພ້ອມດ້ວຍຜູ້ບໍລິຫານໂຮງຮຽນ, ຄູ – ອາຈານ, ພໍ່ແມ່ຜູ້ປົກຄອງຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ປອ. ຄໍາແສນ ສີສະວົງ ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນຮ່ວມກັນ ໂດຍມີຫົວຂໍ້ແມ່ນ “ ການພັດທະນາສັກກະຍະພາບຂອງການຮຽນຮູ້ດ້ວຍ Q.10 ” ເຊິ່ງເນັ້ນໃຫ້ຄູ, ນັກຮຽນໄດ້ຝຶກ ແລະ ນໍາໄປໃຊ້ຕົວຈິງ ໂດຍການຕິດຕາມ ແລະ ປະເມີນຜົນເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.

ສໍາລັບການຝຶກອົບຮົມຄັ້ງນີ້ ແມ່ນດໍາເນີນໄປເປັນເວລາ 3 ເດືອນ ແຕ່ວັນທີ 8 ກຸມພາ ຫາ 8 ພຶດສະພາ 2020 ໂດຍຜູ້ເຂົ້າຮ່ວມຈະຮູ້ຈັກຕົນເອງ ແລະ ຮູ້ຈັກຜູ້ອື່ນ, ຄຸນຄ່າຄວາມເປັນມະນຸດ ແລະ ຂະບວນການຮຽນຮູ້ຂອງມະນຸດ, ກໍານົດເປົ້າໝາຍຊີວິດທີ່ແນ່ນອນ ແລະ ຊັດເຈນ, ທັກສະຊີວິດ ແລະ ທັກສະການຮຽນຮູ້ໃນສະຕະວັດທີ 21, ວິທີຄິດ ແລະ ວິທີເບິ່ງໂລກຕາມຄວາມເປັນຈິງ, ນິດໄສໃໝ່ ແລະ ກົດເກນສູ່ຄວາມສໍາເລັດ, ຄວາມເປັນແບບຢ່າງ ແລະ ກໍລະນີສຶກສາຊີວະປະຫວັດບຸກຄົນທີ່ປະສົບຄວາມສໍາເລັດຈາກທົ່ວໂລກ.