ເຈົ້າຄອງສັ່ງຫ້າມຈູດປ່າ – ຂີ້ເຫຍື້ອສະກັດກັ້ນບັນຫາໝອກຄວັນ

275

ເພື່ອແກ້ໄຂເຫດການໝອກຄວັນ PM 2.5 ເກີນຄ່າມາດຕະຖານ ດັ່ງປີ 2019 ອັນເກີດຈາກການຈູດປ່າ, ທົ່ງນາຮົ້ວສວນ ແລະ ຈູດຂີ້ເຫຍື້ອຊະຊາຍ ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄຳສັ່ງໃຫ້ເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈູດຂີ້ ເຫຍື້ອ, ຈູດປ່າ ແລະ ຈູດທົ່ງນາຮົ້ວສວນຊະຊາຍໃນພື້ນທີ່ຂອງຕົນ.

ເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ) ອອກຄຳສັ່ງ ເລກທີ 001/ຈນວ ລົງວັນທີ 7 ກຸມພາ 2020 ເຖິງທ່ານເຈົ້າເມືອງ, ທ່ານຫົວໜ້າພະແນກການ – ອົງການທຽບເທົ່າທົ່ວນະຄອນຫຼວງວຽງຈັນ, ທ່ານຫົວໜ້າຫ້ອງການສໍານັກງານ – ອົງການ, ຜູ້ອໍານວຍການບໍລິສັດ, ປະຊາຊົນຊາວລາວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ນະຄອນຫຼວງວຽງຈັນ ເລື່ອງໃຫ້ເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈູດຂີ້ເຫຍື້ອ, ຈູດປ່າ ແລະ ຈູດທົ່ງນາຮົ້ວສວນຊະຊາຍໃນພື້ນທີ່ຂອງຕົນເອງ.

ໂດຍສັງເກດເຫັນວ່ານະຄອນຫຼວງວຽງຈັນ ເປັນເມືອງໜຶ່ງກຳລັງພັດທະນາໄປໃນຖ່ວງທ່າທີ່ດີ, ເປັນເມືອງທີ່ໜ້າຢູ່ ( ສະຫງົບສຸກ, ສະອາດ, ສີຂຽວ…) ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໃນລະດັບດີ. ແຕ່ພ້ອມດຽວກັນນັ້ນ, ກໍເຫັນວ່ານະຄອນຫຼວງວຽງຈັນ ພວກເຮົາຍັງມີບັນຫາດ້ານສິ່ງແວດລ້ອມທີ່ຕ້ອງໄດ້ແກ້ໄຂ ເປັນຕົ້ນໃນລະດູແລ້ງປີ 2019 ໄດ້ມີເຫດການໝອກຄວັນ PM 2.5 ເກີນຄ່າມາດຕະຖານອັນເກີດຈາກການຈູດປ່າ, ທົ່ງນາຮົ້ວສວນ ແລະ ຈູດຂີ້ເຫຍື້ອຊະຊາຍ; ຊໍ້າພັດໃນລະດູແລ້ງປີນີ້ສັງເກດເຫັນວ່າດິນຟ້າອາກາດມີຄວາມແຫ້ງແລ້ງກວ່າປີຜ່ານມາ

ໃນສະພາບການຄືດັ່ງກ່າວ ຖ້າພວກເຮົາຫາກຍັງເມີນເສີຍ, ປະປ່ອຍລະຫຼວມ ແລະ ຂາດຄວາມຮັບຜິດຊອບ ກໍຍິ່ງຈະເຮັດໃຫ້ມີໝອກຄວັນເກີນຄ່າມາດຕະຖານປົກຄຸມ, ອາຍມົນລະພິດອາດເພີ່ມຂຶ້ນ ແລະ ຈະກະທົບເຖິງສຸຂະພາບພາລະນາໄມຂອງປະຊາຊົນ ລວມເຖິງກະທົບຕໍ່ພາບພົດຂອງນະຄອນຫຼວງຢ່າງຫຼີກລຽງບໍ່ໄດ້ ເພື່ອຮັບມືກັບເຫດການດັ່ງກ່າວທີ່ອາດຈະເກີດຂຶ້ນໃນລະດູແລ້ງປີ 2020 ໃຫ້ໄດ້ຮັບຜົນດີ, ເຈົ້າຄອງ ນວ ອອກຄຳສັ່ງຕາມແຈ້ງການດັ່ງນີ້