ຫຼາຍແຂວງໄດ້ຕັ້ງທີມເຝົ້າລະວັງເຊື້ອໂຄໂຣນາຢ່າງໃກ້ຊິດ ສ່ວນຜ້າອັດປາກຍັງຂາດຕະຫຼາດ

79

ມາຮອດປັດຈຸບັນປະເທດລາວຍັງບໍ່ພົບຜູ້ຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກໂຄໂຣນາ. ເຖິງຢ່າງໃດກໍຕາມ, ທາງກະຊວງສາທາລະນະສຸກ ກໍໄດ້ຕິດຕາມເຝົ້າລະວັງຕາມດ່ານຕ່າງໆທີ່ມີຜູ້ໂດຍສານເຂົ້າ – ອອກ ພ້ອມທັງແນະນໍາສາທາລະນະສຸກແຂວງທົ່ວປະເທດໃນການເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ພ້ອມແນະນໍາໃຫ້ປະຊາຊົນເປັນເຈົ້າການປ້ອງກັນຕົນເອງ. ໃນຂະນະທີ່ຢູ່ນະຄອນຫຼວງຜ້າອັດປາກຍັງຄົງຂາດຕະຫຼາດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ດຣ. ຄໍາມອນ ດວງພະຈັນ ຮອງຂະແໜງການຄວບຄຸມພະຍາດຕິດຕໍ່ແຂວງຫຼວງນໍ້າທາໃຫ້ສໍາພາດວ່າ: ທາງພະແນກສາທາລະນະສຸກແຂວງ ສົມທົບກັບໂຮງໝໍແຂວງໂດຍກໍານົດຫ້ອງແຍກດ່ຽວ ຈໍານວນ 5 ຫ້ອງ ມາດຕະການໃນການເຝົ້າລະວັງແມ່ນເນັ້ນການກວດຄົນເຂົ້າ – ອອກເມືອງຢູ່ດ່ານ ພ້ອມທັງສົມທົບກັບຂະແໜງການກ່ຽວຂ້ອງໃນການກຽມຄວາມພ້ອມຮັບມື ແລະ ເຜີຍແຜ່ຄວາມຮູ້ຂໍ້ມູນ – ຂ່າວສານ ກ່ຽວກັບພະຍາດໂຄໂຣນາ.

ນອກຈາກນີ້, ກໍຍັງໄດ້ແຕ່ງຕັ້ງໜ່ວຍສະເພາະກິດພາຍໃນແຂວງຂຶ້ນ ເພື່ອເຝົ້າລະວັງຢູ່ຕາມຈຸດສຳຄັນຕ່າງໆ ສ່ວນມາດຕະການໃນການປ້ອງກັນແມ່ນຈະມີທີມແພດປະຈໍາທຸກດ່ານ ເພື່ອກວດຫາກໍລະນີສົງໄສ ແລະ ບັນທຶກການເດີນທາງຂອງນັກທ່ອງທ່ຽວຊາວຈີນ ທີ່ເຂົ້າມາສົ່ງໃຫ້ສູນກາງເປັນປະຈໍາທຸກມື້.

ພາບປະກອບຂ່າວເທົ່ານັ້ນ

ການກະກຽມບຸກຄະລາກອນແມ່ນໄດ້ຮັບການຝຶກອົບຮົມ ແລະ ຈາກສູນກາງສໍາເລັດໃນການໃຊ້ເຄື່ອງມື ປັດຈຸບັນອຸປະກອນໃນການຮັບໃຊ້ວຽກງານເຝົ້າລະວັງແມ່ນຍັງບໍ່ພຽງພໍເຖິງຈະມີການຈັດສົ່ງຈາກສູນກາງມາເປັນໄລຍະກໍຕາມ ແຕ່ກໍຍັງບໍ່ພຽງພໍເປັນຕົ້ນແມ່ນຜ້າອັດປາກ ແລະ ເຈລລ້າງມື. ໃນອາທິດນີ້ແມ່ນໄດ້ມີການກຽມທີມແພດລົງເຜີຍແຜ່ຂໍ້ມູນໃນການປ້ອງກັນຕົນເອງຈາກພະຍາດໂຄໂຣນາ ໂດຍປະສານກັບຫຼາຍຂະແໜງການ ລວມທັງກະຈາຍຄວາມຮູ້ໃຫ້ປະຊາຊົນໃນການຕິດຕາມເຝົ້າລະວັງຕົນເອງ ຖ້າມີອາການສົງໄສໃຫ້ໄປຫາແພດດ່ວນ.

ທ່ານ ດຣ. ບຸນຍະສິດ ຄົງສໍາພັນ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ແຂວງຫຼວງພະບາງ ໃຫ້ສໍາພາດວ່າ: ຈາກການລາຍງານຂອງກົງສຸນ ສປ ຈີນ ປະຈຳຫຼວງພະບາງພົບນັກທ່ອງທ່ຽວທີ່ມາທ່ອງໃນປະເທດລາວ ເມື່ອກັບປະເທດແລ້ວຕິດເຊື້ອໂຄໂຣນາ ທາງທີມເຝົ້າລະວັງແຂວງກໍໄດ້ລົງຕິດຕາມເຂດທີ່ນັກທ່ອງທ່ຽວໄດ້ໄປ ບໍ່ວ່າຈະເປັນໂຮງແຮມ, ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ ແລະ ສະຖານທີ່ນັກທ່ອງທ່ຽວໄປທຸກບ່ອນຢ່າງໃກ້ຊິດເປັນປະຈໍາທຸກມື້ ຈົນມາຮອດປັດຈຸບັນແມ່ນບໍ່ທັນພົບກໍລະນີສົງໄສ.

ພາບປະກອບຂ່າວເທົ່ານັ້ນ

ນອກຈາກນີ້, ກໍໄດ້ມີການແບ່ງທີມເຝົ້າລະວັງອອກເປັນ 3 ທີມໃຫຍ່ ໂດຍໄດ້ລົງຕິດຕາມຢູ່ສະໜາມບິນສາກົນຫຼວງພະບາງ ລວມທັງການເຜີຍແຜ່ຂໍ້ມູນໃຫ້ກັບພະນັກງານ ແລະ ຜູ້ໂດຍສານໃນການປ້ອງກັນພະຍາດດັ່ງກ່າວ, ການກຽມຄວາມພ້ອມຂອງບຸກຄະລາກອນ ແລະ ການໃຊ້ເຄື່ອງມືແມ່ນມີແພດໝໍປະຈໍາຢູ່ໂຮງໝໍແຂວງ ໂດຍມີຫ້ອງແຍກດ່ຽວ 3 ຫ້ອງ ສ່ວນອຸປະກອນໃນການຮັບໃຊ້ ເປັນຕົ້ນແມ່ນຜ້າອັດປາກ ແລະ ເຈລລ້າງມືແມ່ນຍັງຂາດ ເຖິງວ່າທາງສູນກາງສົ່ງມາໃຫ້ເລື້ອຍໆກໍຍັງບໍ່ພຽງພໍ, ສຳລັບການໂຄສະນາສຸຂະສຶກສານອກຈາກສະຖານທີ່ທ່ອງທ່ຽວ, ສະຖານທີ່ຊຸມຊົນ, ຄິວລົດ, ໂຮງແຮມທີ່ພັກແລ້ວ ທີມເຝົ້າລະວັງຍັງລົງໄປເຜີຍແຜ່ຂໍ້ມູນໃຫ້ກັບ ບໍລິສັດ ກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ກ່ຽວກັບວິທີປ້ອງກັນໃຫ້ແກ່ພະນັກງານທັງຄົນຈີນ ແລະ ຄົນລາວ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ນາງ ອ່ອນສີ ເຈົ້າຂອງຮ້ານຂາຍຢາຢູ່ຕໍ່ໜ້າໂຮງໝໍສູນກາງ 103 ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ທາງຮ້ານຂອງເຮົາແມ່ນຂາດຜ້າອັດປາກ ມາປະມານ 3 ອາທິດປາຍແລ້ວ ເຊິ່ງໃນແຕ່ລະມື້ກໍມີລູກຄ້າມາຖາມຊື້ເຖິງ 10 ກວ່າຄົນ ແຕ່ກໍບໍ່ມີຂາຍໃຫ້, ລາຄາຜ້າອັດປາກກ່ອນໜ້າທີ່ຍັງບໍ່ມີຄວາມຕ້ອງການຫຼາຍ ຖ້າເປັນຍີ່ຫໍ້ນຳເຂົ້າຈາກ ສສ ຫວຽດນາມ ກໍຈະຂາຍ 15 ພັນກີບຕໍ່ກັບ ແລະ ຍີ່ຫໍ້ນຳເຂົ້າຈາກໄທ ຂາຍ 25 ພັນກີບຕໍ່ກັບ ແລະ ໃນປັດຈຸບັນທາງກົມອາຫານ ແລະ ຢາ, ກະຊວງສາທາລະສຸກ ກໍໄດ້ມາກວດກາເປັນໄລຍະກ່ຽວການຂາຍຢາ ແລະ ຜ້າອັດປາກຕ່າງໆ.

ພ້ອມນັ້ນ, ທີມຂ່າວເຮົາໄດ້ສອບຖາມຮ້ານຂາຍຢາ ແກ້ວໄພວັນ ຢູ່ໜ້າໂຮງໝໍເສດຖາ ໃຫ້ຮູ້ວ່າ: ຜ້າອັດປາກແມ່ນບໍ່ມີຂາຍແລ້ວ ແລະ ໃນປັດຈຸບັນກໍມີແຈ້ງການຈາກພາກລັດໃນການຄວບຄຸມລາຄາບໍ່ໃຫ້ຂາຍເກີນລາຄາ 25 ພັນກີບຕໍ່ກັບ ແຕ່ຖ້າຊື້ກໍຍັງບໍ່ຮູ້ວ່າຈະໄປຊື້ໃສ ເພາະວ່າຖາມນຳຮ້ານຂາຍສົ່ງ ແລະ ບໍລິສັດນຳເຂົ້າກໍບໍ່ມີຂາຍເຊັ່ນກັນ.

ສໍານັກງານຂ່າວຊິນຮວາ ລາຍງານວ່າ: ຜູ້ຕິດເຊື້ອຈາກພະຍາດໂຄໂຣນາທົ່ວປະເທດຈີນ 24 ຊົ່ວໂມງ ຂອງວັນທີ 10 ກຸມພາ 2020 ມີທັງໝົດ 42.714 ກໍລະນີ, ເສຍຊີວິດ 1.017 ກໍລະນີ ແລະ ປິ່ນປົວເຊົາດີ 3.999 ກໍລະນີ.