ນາຍົກ ເນັ້ນໃຫ້ປະຊາຊົນບ້ານຊໍ້ ລ້ຽງງົວເພື່ອສົ່ງອອກໃຫ້ໄດ້ 200 ໂຕຕໍ່ປີ

130

ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ປະຊາຊົນບ້ານຊໍ້ ຜະລິດພືດອຸດສາຫະກຳໃຫ້ສາມາດກຸ້ມຢູ່ກຸ້ມກິນ ແລະ ເປັນສິນຄ້າ ພ້ອມສົ່ງໄປຈຳໜ່າຍ, ສ້າງລາຍຮັບໃຫ້ກັບຄອບຄົວ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ພ້ອມນັ້ນ, ຍັງເນັ້ນໃຫ້ປະຊາຊົນລ້ຽງງົວສົ່ງອອກ ໃຫ້ໄດ້ 200 ໂຕຕໍ່ປີ.

ໃນວັນທີ 7 ກຸມພາ 2020 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ເມືອງສັງທອງ ໂດຍການຕ້ອນຮັບຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ພ້ອມດ້ວຍຫົວໜ້າພະແນກການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບົວຄໍາ ສີສົງຄາມ ຮອງເຈົ້າເມືອງສັງທອງ ກ່າວວ່າ: ບ້ານຊໍ້ ເປັນອີກບ້ານໜຶ່ງທີ່ຕັ້ງຢູ່ຫ່າງຈາກເທສະບານເມືອງ 34 ກິໂລແມັດ, ມີເນື້ອທີ່ 8.336 ເຮັກຕາ, ມີ 430 ຫຼັງຄາເຮືອນ, ມີ 417 ຄອບຄົວ, ພົນລະເມືອງ 2.007 ຄົນ ຍິງ 961 ຄົນ, ອາຊີບຕົ້ນຕໍປູກຝັງ – ລ້ຽງສັດ ທົ່ວບ້ານມີເນື້ອທີ່ນາ 400 ເຮັກຕາ, ສວນປູກເຂົ້າ 300 ເຮັກຕາ, ເນື້ອທີ່ປູກພືດອຸດສາຫະກຳ 900 ເຮັກຕາ ມີໝາກເດືອຍ, ສາລີ; ເນື້ອທີ່ປູກໄມ້ອຸດສາຫະກຳ 148 ເຮັກຕາ, ມີຢາງພາລາ, ໄມ້ສັກ ແລະ ອື່ນໆ. ສັດລ້ຽງປະເພດສັດໃຫຍ່ ງົວ – ຄວາຍ 595 ໂຕ.

ສຳລັບໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ – ຈີນ ໃນການຈັດຕັ້ງປະຕິບັດເບື້ອງຕົ້ນ ແມ່ນໄດ້ກຳນົດເອົາບົດຮຽນການວາງແຜນແບບມີສ່ວນຂອງປະຊາຊົນ ແລະ ທຸກຂະແໜງການຂອງບ້ານຊໍ້ເຂົ້າຮ່ວມ ເພື່ອຄັດເລືອກເອົາໂຄງການບຸລິມະສິດຕາມຄວາມຕ້ອງການຂອງປະຊາຊົນທີ່ແທ້ຈິງ ຄັດເລືອກໄດ້ໂຄງການບຸລິມະສິດ 9 ໂຄງການ.

ໃນນັ້ນ, ໂຄງການກໍ່ສ້າງໂຄງລ່າງພື້ນຖານ 8 ໂຄງການ, ໂຄງການປັບປຸງຊີວິດການເປັນຢູ່ 1 ໂຄງການ ມີ 3 ກິດຈະກຳ ( ໂດຍມີກິດຈະກຳລ້ຽງງົວ, ຕ່ຳຫູກ ແລະ ປູກສາລີ, ປັດຈຸບັນແມ່ນໄດ້ຈັດຕັ້ງກຸ່ມ, ກຽມສັນຍາ, ກວດກາເນື້ອທີ່ປູກສາລີ, ເນື້ອທີ່ລ້ຽງສັດ ແລະ ສະຖານທີ່ຄວາມພ້ອມໃນການຕ່ຳຫູກ ໂດຍກຳນົດເອົາປະຊາຊົນ ຈຳນວນ 100 ຄອບຄົວ ທີ່ທຸກຍາກຈັດຕັ້ງປະຕິບັດ ).

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໂອ້ລົມໂດຍເນັ້ນໜັກໃຫ້ອໍານາດການປົກຄອງບ້ານ ຈົ່ງເອົາໃຈໃສ່ເຂົ້າໃນການສົ່ງເສີມການປູກ, ການລ້ຽງ ເພື່ອສະໜອງພືດ, ຜັກ, ຊີ້ນ ແລະ ເຂົ້າ ໃຫ້ໄດ້ຫຼາຍກາຍເປັນສິນຄ້າ ໂດຍສະເພາະບ້ານໄດ້ມີພື້ນຖານ ແລະ ທ່າແຮງຫຼາຍດ້ານ ແຕ່ກ່ອນອື່ນໝົດຕ້ອງມີການວາງແຜນຢ່າງລະອຽດຄັກແນ່ ພ້ອມທັງສ້າງຄອບຄົວຕົວແບບໃນການຜະລິດໃຫ້ຫຼາຍ ໂດຍມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ໃນນັ້ນ, ອໍານາດການປົກຄອງເມືອງກໍຕ້ອງໄດ້ຊີ້ນໍາໃຫ້ທິດທາງໃນການຜະລິດ ພ້ອມທັງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ຫ່າງໄກຈາກສິ່ງເສບຕິດ ເພາະບັນຫາດັ່ງກ່າວແມ່ນບັນຫາສໍາຄັນຂອງປາກົດການຫຍໍ້ທໍ້ກໍຄວາມບໍ່ສະຫງົບ ກໍຄືການຖ່ວງດຶງການພັດທະນາ ແລະ ບັນຫາອື່ນໆອີກ. ເຊື່ອແນ່ວ່າພາຍໃຕ້ການນໍາພາຂອງອົງການປົກຄອງບ້ານຈະເຮັດໃຫ້ພໍ່ແມ່ປະຊາຊົນບ້ານຊໍ້ ເມືອງສັງທອງ ມີການຫັນປ່ຽນຢ່າງຕັ້ງໜ້າ.

ທ່ານ ທອງລຸນ ສີສຸລິດ ກ່າວເນັ້ນຕື່ມວ່າ: ໃຫ້ທາງເມືອງສຳຫຼວດໃຫ້ລະອຽດຄືນກ່ຽວກັບທ່າແຮງຂອງບ້ານຊໍ້ ເມື່ອເຫັນທ່າແຮງແລ້ວຈຶ່ງສຸມທຶນໃສ່ໂດຍໃຫ້ມີແຜນລະອຽດ ໂດຍສະເພາະການລ້ຽງງົວເປັນສິນຄ້າເພື່ອສົ່ງອອກ ເນື່ອງຈາກມີຕະຫຼາດຮອງຮັບແລ້ວ ເຊິ່ງໃຫ້ປະຊາຊົນພາຍໃນບ້ານລ້ຽງງົວຂາຍ ແລະ ສົ່ງອອກ ໃຫ້ໄດ້ 200 ໂຕຕໍ່ປີ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວນັ້ນ, ກ່ອນອື່ນຕ້ອງມີແຜນການທີ່ດີສຳລັບຜູ້ລ້ຽງງົວ, ຜູ້ປູກຫຍ້າ ເພື່ອສະໜອງໃຫ້ຜູ້ລ້ຽງງົວ ໂອກາດດັ່ງກ່າວທ່ານຍັງໄດ້ມອບເງິນຊຸກຍູ້ຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານຊໍ້ ເພື່ອນໍາໄປຊື້ງົວມາລ້ຽງໃຫ້ກາຍເປັນສິນຄ້າສົ່ງອອກ.