ບໍລິການໂອນເງິນຜ່ານຕູ້ ATM ກ້າວຂຶ້ນອີກຂັ້ນ! 5ທະນາຄານນີ້ສາມາດໂອນເງິນຂ້າມທະນາຄານໄດ້

182

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ອອກແຈ້ງການເລື່ອງການໂອນເງິນຂ້າມທະນາຄານທີ່ຕູ້ເອທີເອັມຜ່ານລະບົບບັດທະນາຄານຮ່ວມກັນ ຫຼື ຜ່ານ LAPNet ໂດຍແຈ້ງມາຍັງ ຜູ້ທີ່ນຳໃຊ້ບັດ ATM ຫຼື ບັດຊຳລະ ເພື່ອຊາບ ກ່ຽວກັບການໂອນເງິນຂ້າມທະນາຄານໂດຍຜ່ານຕູ້ ATM ຂອງ 6 ທະນາຄານທີ່ໄດ້ເປີດໂຕໄປກ່ອນໜ້ານີ້ ເຊິ່ງປັດຈຸບັນ ທະນາຄານທີ່ສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້ ມີ 5ທະນາຄານ ຕາມລາຍລະອຽດລຸ່ມນີ້

1 ທະນາຄານ ພັດທະນາລາວ (LDB) ແມ່ນສາມາດໃຫ້ບໍລິການເຮັດທຸລະກຳການໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້ແລ້ວທຸກໆຕູ້ ທົ່ວປະເທດ

2 ທະນາຄານ ສົ່ງເສີມກະສິກຳ (APB) ແມ່ນສາມາດໃຫ້ບໍລິການເຮັດທຸລະກຳການໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້ແລ້ວທຸກໆຕູ້ ທົ່ວປະເທດ

ພາບປະກອບຂ່າວ

3 ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ (MJBL) ແມ່ນສາມາດໃຫ້ບໍລິການເຮັດທຸລະກຳການໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້ແລ້ວທຸກໆຕູ້ ທົ່ວປະເທດ

4 ທະນາຄານ ບີໄອຊີ ລາວ ຈຳກັດ (BIC) ແມ່ນສາມາດໃຫ້ບໍລິການເຮັດທຸລະກຳການໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້ແລ້ວທຸກໆຕູ້ ທົ່ວປະເທດ

5 ທະນາຄານ ຮ່ວມພັດທະນາ (JDB) ແມ່ນສາມາດເຮັດທຸລະກຳການໂອນເງິນຜ່ານຕູ້ ATM ໄດ້ ສະເພາະຕູ້ທີ່ຢູ່ໃນນະຄອນຫຼວງວຽງຈັນເທົ່ານັ້ນ ແລະ ຈະສືບຕໍ່ຂະຫຍາຍຕາໜ່າງການບໍລິການໄປທົ່ວປະເທດພາຍໃນ ເດືອນກຸມພາ 2020 ນີ້

ພາບປະກອບຂ່າວ

ສ່ວນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແມ່ນຍັງບໍ່ສາມາດເຮັດທຸລະກຳໂອນເງິນຂ້າມທະນາຄານຢູ່ຕູ້ ATM ໄດ້ເທື່ອ ເນື່ອງຈາກທະນາຄານດັ່ງກ່າວ ກຳລັງພັດທະນາລະບົບຂອງຕົນ ແລະ ຄາດວ່າຈະສາມາດເຮັດທຸລະກຳໂອນເງິນໄດ້ໃນໄວໆນີ້.