ແຈ້ງດ່ວນ 3 ເມືອງນະຄອນຫຼວງ ກຽມໂຕ່ງນໍ້າໄວ້ໃຊ້ ການສະໜອງນໍ້າອາດບໍ່ພຽງພໍ

331

ລັດວິສາຫະກິດ ນໍ້າປະປານະຄອນຫຼວງ ອອກແຈ້ງການ ສະບັບເລກທີ 0306/ນປນຄ ລົງວັນທີ 10 ກຸມພາ 2020 ເຖິງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດ ທີ່ຊົມໃຊ້ນ້ໍາປະປາໃນຂອບເຂດ ເມືອງ ໄຊທານີ, ເມືອງ ຈັນທະບູລີ ແລະ ເມືອງ ໄຊເສດຖາ ນະຄອນຫຼວງ ເລື່ອງ: ນໍ້າປະປາບໍ່ສະດວກ ແລະ ພຽງພໍຕໍ່ການຊົມໃຊ້ ໃນໄລຍະທີ່ມີການສ້ອມແປງ ທໍ່ສົ່ງນໍ້າຂະໜາດDN 1.200 ທີ່ແຕກຮົ່ວ ຢູ່ພາຍໃນໂຮງງານຜະລິດນໍ້າປະປາ ດົງໝາກຄາຍ 2 ໃນວັນພະຫັດ ວັນທີ 13 ກຸມພາ 2020.

ສະນັ້ນ, ລັດວິສາຫະກິດນ້ໍາປະປາ ນະຄອນຫຼວງວຽງຈັນ ຈຶ່ງຂໍແຈ້ງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດທຸກພາກສ່ວນ ທີ່ອາໄສຢູ່ເຂດ ເມືອງ ໄຊທານີ, ເມືອງ ຈັນທະບູລີ ແລະ ເມືອງ ໄຊເສດຖາ ນະຄອນຫຼວງ ຊາບວ່າ: ໃນໄລຍະທີ່ມີການສ້ອມແປງ ທໍ່ສົ່ງນ້ໍາ ຂະໜາດ DN 1.200 ທີ່ແຕກຮົ່ວຢູ່ພາຍໃນ ໂຮງງານຜະລິດນ້ໍາປະປາ ດົງໝາກຄາຍ 2 ຈະມີນ້ໍາອອກຄ່ອຍ ໃນບາງເຂດຂອງເມືອງ ໄຊທານີ, ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ຈຶ່ງແຈ້ງໃຫ້ຜູ້ຊົມໃຊ້ນ້ໍາໃນເຂດ ເມືອງດັ່ງກ່າວ ຈົ່ງກະກຽມໂຕ່ງນ້ໍາ ແລະ ກັກເກັບນ້ໍາໄວ້ໃຊ້ໃຫ້ພຽງພໍ ໃນຊ່ວງເວລາທີ່ໄດ້ກໍານົດໄວ້. ເຊິ່ງແຮງດັນນ້ໍາປະປາຈະບໍ່ເປັນປົກກະຕິ ໃນວັນທີ 13 ກຸມພາ 2020 ກົງກັບ ວັນພະຫັດ.

ສໍາລັບໄລຍະເວລາ ເລີ່ມປະຕິບັດວຽກງານ ແມ່ນເລີ່ມແຕ່ເວລາ 10:00 ໂມງ ຫາ 16:00 ໂມງ ( ໃຊ້ເວລາ 6 ຊົ່ວໂມງ) ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຂໍອາໄພໃນຄວາມບໍ່ສະດວກ ຂອງການບໍລິການນ້ໍາປະປາ ໃນໄລຍະດັ່ງກ່າວນີ້ດ້ວຍ.