ອິໂວ້ ສະຕໍ ສືບຕໍ່ສະໜັບສະໜູນໃຫ້ກັບ ຫຼາຍພາກສ່ວນ ປະຈໍາປີ 2020

61

ອີໂວ້ ສະຕໍ ( EVO STORE ) ສູນຈໍາໜ່າຍເຄື່ອງກີລາ, ອຸປະກອນກີລາ ແລະ ຍັງເປັນຜູ້ຜະລິດ ຈໍາໜ່າຍແບຣນເຄື່ອງກີລາ ສືບຕໍ່ເປັນສ່ວນໜຶ່ງ ໃນການພັດທະນາວົງການກີລາລາວດ້ວຍການເຊັນສັນຍາສະໜັບສະໜູນກັບ ຫຼາຍພາກສ່ວນປະຈໍາປີ 2020 ທີ່ສາຂາບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມ ທ່ານ ວັນນະກອນ ພົມມະຈັກ ຜູ້ອໍານວຍການ ອີໂວ້ ສະຕໍ, ທ່ານ ບູສະໄໝ ບຸດທະວົງ ຄະນະບໍລິຫານ ອີໂວ້ ສະຕໍ ພ້ອມດ້ວຍຕ້າງໜ້າແຕ່ລະພາກສ່ວນ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ການເຊັນສັນຍາຄັ້ງນີ້ ອີໂວ້ ໄດ້ຊັນສັນຍາສະໜັບສະໜູນເປັນໄລຍະ 1 ປີໃຫ້ກັບ ທີມບານເຕະ LAO ALL STAR, ທີມກີລາອີ-ສະປອດ CANDY COMEBACK, ສະຫະພັນກີລາແລ່ນ-ລານ, Influercer ແລະ ທີມແລ່ນ LKCoaching. ນອກນັ້ນ ກໍຍັງເຊັນສັນຍາສະໜັບສະໜູນກັບ ສັກ ວົງເຊວ, ອານຸສອນ ໄຊສາ ນັກແລ່ນ-ລານທີມຊາດລາວ, ແຮັບປີ້ ສີສົມພອນ, VANKONG ນັກແລ່ນ ແລະ ກິນ້ອຍ ໂຄສົກ.

ນອກນັ້ນ ອີໂວ້ ຍັງໃຫ້ໄດ້ການສະໜັບສະໜູນ ທັບນັກກີລາແຂ່ງຊຽງຂວາງ ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 22 ມີນາ – ເມສາ 2020.