ຫວຽດນາມເຜີຍ9ອຸດສາຫະກໍາໄດ້ຮັບຜົນກະທົບຈາກພະຍາດລະບາດ

97

ໃນໄລຍະການລະບາດຂອງໂຄໂຣນາມີອຸດສາຫະກໍາ9ປະເພດຂອງຫວຽດນາມທີ່ໄດ້ຮັບຜົນກະທົບໂດຍກົງ,ແຕ່ເປັນຜົນກະທົບໄລຍະສັ້ນ.

ໂດຍອຸດສາຫະກໍາດັ່ງກ່າວປະກອບມີ:ຕັດຫຍິບ,ຄ້າຍ່ອຍ,ອາຫານທະເລ,ເບຍ,ນໍ້າມັນ ແລະ ແກ໊ສ,ຄວາມປອດໄພ,ທ່າເຮືອ,ອຸດສາຫະກໍາສົ່ງສິນຄ້າທາງເຮືອ,ການບໍລິການພາຍໃນສະໜາມບິນ ແລະ ອຸດສາຫະກໍາການບິນພົນລະເຮືອນ.

ໃນນີ້ອຸດສາຫະກໍາການບິນເປັນອຸດສາຫະກໍາທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດເນື່ອງຈາກການເດີນທາງທົ່ວໂລກຈະຫຼຸດລົງຢ່າງວອງໄວເປັນຕົ້ນການເດີນທາງທ່ອງທ່ຽວໃນເສັ້ນທາງຕ່າງໆທີ່ກ່ຽວຂ້ອງກັບຈີນ,ເມື່ອປີ2019ຄົນເດີນທາງເຂົ້າຫວຽດນາມໃນອັດຕາສ່ວນ40%ຂອງຍອດການເດີນທາງຂອງຄົນຕ່າງປະເທດໃນຫວຽດນາມ.

ນອກຈາກນີ້,ການຂົນສົ່ງສິນຄ້າທັງທາງເຮືອ ແລະ ເຮືອບິນທີ່ອອກຈາກຈີນຫຼືໄປຈີນກໍມີທ່າອ່ຽງຫຼຸດລົງຫຼາຍເພາະຄວາມຕ້ອງການສິນຄ້າຈາກຜູ້ບໍລິໂພກຈີນຫຼຸດລົງຄຽງຄູ່ກັບການຈໍາກັດປະລິມານການຜະລິດສິນຄ້າທີ່ເກີດຂຶ້ນໃນຫຼາຍເມືອງຂອງຈີນເພາະການລະບາດຂອງພະຍາດຮ້າຍ.