ຫຼວງພະບາງ ຄັດເລືອກນະຮຽນເກັ່ງ ປ.5, ມ.4 ແລະ ມ.7 ກຽມເຂົ້າຮ່ວມສອບເສັງຂັ້ນແຂວງ

152

ຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມສຶກສາ (ປ.5), ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມປາຍ (ມ.7) ປະຈຳສົກຮຽນ 2019-2020 ເພື່ອຄັດເລືອກເອົານັກຮຽນເກັ່ງຂັ້ນນະຄອນຫຼວງພະບາງເຂົ້າຮ່ວມໃນຂັ້ນແຂວງ.

ພິທີດັ່ງກ່າວ, ຈັດຂື້ນເມື່ອວັນທີ 11 ກຸມພາ 2020 ຜ່ານມາ ທີ່ໂຮງຮຽນປະຖົມສົມບູນ ສີຖານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງ ພ້ອມດ້ວຍຄະນະກຳມະການຍາມຫ້ອງສອບເສັງ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນເກັ່ງ 200 ກວ່າຄົນເຂົ້າຮ່ວມ.

ທ່ານ ສົມບັດ ຈັນສະໝອນ ຫົວໜ້າໜ່ວຍງານສຶກສາກ່ອນໄວຮຽນໄດ້ກ່າວວ່າ: ການສອບເສັງນັກຮຽນເກັ່ງ ໃນຄັ້ງນີ້, ແມ່ນເພື່ອເປັນການຄັດເລືອກເອົານັກຮຽນເກັ່ງຂັ້ນນະຄອນຫຼວງພະບາງກຽມເຂົ້າຮ່ວມໃນຂັ້ນແຂວງທີ່ຈະຈັດຂື້ນໃນມໍ່ໆນີ້ ແລະ ທັງເປັນການປະເມີນຄວາມຮູ້ຄວາມສາມາດຂອງນ້ອງນັກຮຽນທີ່ໄດ້ສຶກສາຄົ້ນຄ້ວາຮໍ່າຮຽນຈາກຄູອາຈານ ອີກດ້ານໜຶ່ງກໍ່ເພື່ອ ເປັນການແຂ່ງຂັນການສອນດີ-ຮຽນເກັ່ງຂອງຄູ-ນັກຮຽນໃນແຕ່ລະຂັ້ນຮຽນ, ຊັ້ນຮຽນຕ່າງໆ ພ້ອມຮັບປະກັນໄດ້ທາງດ້ານປະສິດທິພາບ, ຄຸນນະພາບ,ຍ້ອງຍໍຄູທີ່ສອນດີ, ນັກຮຽນເກັ່ງຕາມແຜນຍຸດທະຍາດການສຶກສາໃນໄລຍະໃໝ່ກໍ່ຄືແຜນພັດທະນາຊັບພະຍາກອນມະນຸດຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງພະບາງວາງໄວ້ໃຫ້ມີທ່າກ້າວດີຂື້ນຢ່າງບໍ່ຢຸດຢັ້ງ.

ສຳລັບການສອບເສັງຊັ້ນ ປ.5 ມີນັກສອບເສັງທັງໝົດ 80 ນ້ອງ, ຍິງ 55 ນ້ອງ,ຈັດເປັນ 4 ຫ້ອງ, ສອບເສັງໃນ 3 ວິຊາຫຼັກຄື: ວິຊາໂລກອ້ອມຕົວ, ພາສາລາວ-ວັນນະຄະດີ ແລະ ວິຊາຄະນິດສາ (ແຕ່ລະວິຊາໃຊ້ເວລາ 120 ນາທີ), ຊັ້ນມັດທະຍົມຕອນຕົ້ນ (ມ.4) ມີນັກສອບເສັງ 93 ນ້ອງ, ຍິງ 52 ນ້ອງ, ຈັດເປັນ 4 ຫ້ອງ ສອບເສັງໃນ 4 ວິຊາຄື: ວິຊາ ພາສາລາວ-ວັນນະຄະດີ,ຄະນິດສາດ,ຟີຊິກສາດ ແລະ ເຄມີສາດ( ແຕ່ລະວິຊາໃຊ້ເວລາ 120 ນາທີ), ຊັ້ນມັດທະຍົມປາຍ (ມ.7) ມີນັກສອບເສັງ 34 ນ້ອງ, ຍິງ 31 ນ້ອງ ແລະ ຈັດເປັນ 2 ຫ້ອງ (ໃຊ້ເວລາ 120 ນາທີ).

ສ່ວນນັກສອບເສັງຜູ້ທີ່ສາມາດຍາດໄດ້ ອັນດັບທີ 1 ຂອງແຕ່ລະວິຊາ ແມ່ນຈະໄດ້ເປັນຕົວແທນນັກຮຽນຂອງນະຄອນຫຼວງພະບາງ ໃນການຈັດຕັ້ງສອນບໍາລຸງເພື່ອເປັນຕົວໃນການເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນແຂວງຕໍ່ໄປ ໃນມໍໆນີ້.

ໂດຍ: ແຈັກກີ້ ສກຂ ຫຼວງພະບາງ.