ໂຫວດໃຫ້ MVT 18 ນິນ່າ ພັດທະພອນ ເຂົ້າຮອບ 20 ຄົນອັດຕະໂນມັດ

150

ຂໍແນະນໍາໜຶ່ງສາວງາມ ຜູ້ຜ່ານເຂົ້າຮອບ 30 ຄົນ ໃນເວທີປະກວດນາງສາວນະຄອນຫຼວງ 2020 MVT 18 ນິນ່າ ພັດທະພອນ ສີມຸງຄຸນ ສາວຜູ້ມີຄະຕິປະຈໍາໃຈ ຢາກປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ຝັນໄວ້ ເປັນລູກກະຕັນຍູ ແລະ ເປັນຄົນດີໃນສັງຄົມ.

ປັດຈຸບັນ ນິນ່າ ອາຍຸ 19 ປີ ຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ກໍາລັງສຶກສາຢູ່ວິທະຍາໄລເຕັກນິກປາກປ່າສັກ
ນິນ່າບອກວ່າ: ເຫດຜົນທີ່ນ້ອງເລືອກປະກວດເວທີນີ້ເພາະມັນຄືຄວາມຝັນຂອງນ້ອງ ແລະ ກໍເປັນຄັ້ງທໍາອິດທີ່ລົງປະກວດ ເພາະຜ່ານມາເຄີຍປະກວດ mr&ms vientiane center ມາກ່ອນ ແຕ່ຍັງບໍ່ມີຜົນງານດ້ານການບັນເທິງເທື່ອ.

ສໍາລັບເວທີນາງສາວນະຄອນຫຼວງ 2020 ນ້ອງຄາດຫວັງໄວ້ວ່າຖ້າມີໂອກາດ ຫຼື ເປັນໄປໄດ້ນ້ອງກໍຢາກເປັນ 1 ໃນນັ້ນ ແລະ ນ້ອງກໍຈະເຮັດໃຫ້ເຕັມທີ່ຕາມຄວາມສາມາດຂອງນ້ອງເທົ່າທີ່ຈະເຮັດໄດ້, ນ້ອງຈະເຜີຍແຜ່ສິ່ງທີ່ເປັນວັດທະນະທຳແລະການນຸ່ງຖື ໃຫ້ທຸກຄົນແລະສັງຄົມໄດ້ຮູ້ວ່າ ແມ່ຍິງລາວຍຸກໃໝ່ກໍຍັງເຮັດຕາມຮີດຄອງປະເພນີ ແລະ ເຮັດໃຫ້ສົມກຽດກັບເວທີນີ້ທີ່ສຸດ.

ເປົ້າໝາຍໃນອະນາຄົດຂອງນ້ອງແມ່ນການປະສົບຜົນສຳເລັດໃນຊີວິດ ທັງເລື່ອງການງານ ແລະ ການສຶກສາ ມີອະນາຄົດທີ່ດີ ແລະ ສາມາດລ້ຽງດູພໍ່ແມ່ແລະນ້ອງໄດ້ ສິ່ງສຳຄັນກໍຄືເປັນຄົນທີ່ດີຂອງສັງຄົມ,

ເຄັດລັບໃນການຮັກສາສຸຂະພາບແມ່ນ ດື່ມນ້ຳໃຫ້ຫຼາຍໆແລະເລືອກກິນອາຫານທີ່ເຮັດບຳລຸງ ຢ່າງເຊັ່ນແມ່ນຜັກ ແລະ ໝາກໄມ້ ກິນຄົບ 5 ໝູ່, ເວລາວ່າງນ້ອງມັກຫຼິ້ນກິລາ ອອກກຳລັງກາຍທົ່ວໄປ.

ຜູ້ຊາຍໃນສະເປັກມັກຄົນທີ່ມີຄວາມເປັນຜູ້ນຳ ແລະ ໃຫ້ກຽດ, ປັດຈຸບັນຢູ່ບ້ານຂຸນຕາທົ່ງ ນ້ອງເປັນລູກສາວກົກ ມີນ້ອງສາວ 2 ຄົນ.
ແລະ ທ່ານສາມາດຮ່ວມໂຫວດເປັນສ່ວນໜຶ່ງສານຝັນໃຫ້ MVT 18 ນິນ່າ ພັດທະພອນ ສີມຸງຄຸນ ໃຫ້ຜ່ານເຂົ້າຮອບ 20 ຄົນແບບອັດຕາໂນມັດໄດ້ແລ້ວນັບຕັ້ງແຕ່ມື້ນີ້ຈົນເຖິງວັນທີ 15 ກຸພາ ຮອບຄັດເລືອກເຫຼືອ 20 ນາງສາວ.

ພຽງແຕ່ກົດ like ແລະ Share ຮູບ MVT 18 ນິນ່າ ພັດທະພອນ ສີມຸງຄຸນ ທາງເພຈ໌ຫຼັກ Miss Vientiane ນາງສາວນະຄອນຫຼວງວຽງຈັນ 1 Like = 1 ຄະແນນ, 1 Share = 2 ຄະແນນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກຸມພາ ເວລາ 14 :00 ນາທີ.

ຈາກ: Nina Simoungkhoun