ເມືອງຕົ້ນເຜິ້ງ ປະກາດບ້ານໃຫຍ່ນ້ຳເກິ່ງ ເປັນບ້ານປ້ອງກັນຊາດເຂັ້ມແຂງແຫ່ງທີ 2 ຂອງເມືອງ

321

ພິທີມອບໃບຢັ້ງຢືນ ບ້ານ ໃຫຍ່ນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນບ້ານປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະ ຫງົບດີ ໄດ້ຂຶ້ນໃນວັນທີ 7 ກຸມພາ 2020 ຜ່ານມານີ້, ໂດຍການເປັນປະທານຂອງ ພັນໂທ ໂສວັນ ພັນທັນນີ  ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງບໍ່ແກ້ວ, ເຂົ້າຮ່ວມໂດຍມີ ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ, ພັນໂທ ອຸ່ນຄຳ ວິໄລແປງ ຮອງຫ້ອງສຳມະໂນຄົວ ປກສ ແຂວງ, ມີເລຂາພັກບ້ານ, ຄະນະພັກ-ຄະນະບັນຊາກອງບັນຊາ ການທະຫານເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ບຸນຈັນ ຂັນທະລາ ຫົວໜ້າການເມືອງ ກອງບັນຊາການເມືອງຕົ້ນເຜິ້ງ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະຫງົບ ຕາມທິດຊີ້ນຳຂອງແຂວງບໍ່ແກ້ວ ພະນັກງານລົງກໍ່ສ້າງຮາກຖານການເມືອງ ໄດ້ນຳເອົາແນວທາງແຜນນະໂຍບາຍຂອງພັກ – ລັດ, ຂໍ້ກຳນົດ, ກົດລະບຽບລົງໄປເຜີຍແຜ່ ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນເຂົ້າໃຈແຈ້ງ ໂດຍສະເພາະແມ່ນ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໂດຍໄດ້ຍົກໃຫ້ເຫັນພໍ່ແມ່ປະຊາຊົນມີຄວາມຕື່ນຕົວ ທາງດ້ານການເມືອງ, ມີສະຕິເຄົາລົບລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ, ມີຄວາມສາມັກຄີເປັນເອກະພາບ, ບຸກບືນພັດທະນາບ້ານຊ່ອງດ້ວຍຄວາມເປັນເຈົ້າການ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີໃບໜ້າອັນໃໝ່ດີຂຶ້ນ ແລະ ສູ້ຊົນເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ.

ບ້ານໃຫຍ່ນ້ຳເກິ່ງໃໝ່ມີເນຶ້ອທີທັງໝົດ 1,452 ເຮັກຕາ, ພົນລະເມືອງທັງໝົດ 1,528 ຄົນ, ຍິງ 765 ຄົນ, 27 ໜ່ວຍຜະລິດ, 389 ຄົວເຮືອນ, 329 ຄອບຄົວ ປະກອບດ້ວຍ 3 ຊົນເຜົ່າໃຫຍ່ຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າມົ້ງ.  ຄອບຄົວຫຼຸດພົ້ນອອກຈາກ ຄວາມທຸກຍາກ 99% ລາຍຮັບສະເລ່ຍ 6 ລ້ານກວ່າກີບ/ຄົນ/ປີ. ຈາກຜົນປະເມີນຕາມເງື່ອນໄຂ-ມາດຖານການສ້າງ ຄອບ ຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໂດຍອິງຕາມ 5 ມາດຖານຄອບຄົວປ້ອງກັນຊາດເຂັ້ມແຂງ ສາມາດປະເມີນ ຄອບຄົວປ້ອງກັນຊາດອອກເປັນ 3 ປະເພດ: ປະເພດແຂງລວມມີ 74 ຄອບຄົວ ເທົ່າກັບ 23 %, ປະເພດກາງລວມມີ 223 ຄອບຄົວ ເທົ່າກັບ 68 %, ປະເພດອ່ອນລວມມີ 32 ຄອບຄົວ ເທົ່າ ກັບ 9 %. ສາມາດຢັ້ງຢືນໃຫ້ບ້ານໃຫຍ່ນໍ້າເກິງໃໝ່ເປັນບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 2 ຂອງເມືອງຕົ້ນເຜິ້ງ ແລະ ເປັນບ້ານທີ 10 ຂອງແຂວງບໍ່ແກ້ວ.

ທີ່ມາ: ໜັງສືພິມບໍ່ແກ້ວ Bokeo Newspaper