ພິທັກ ກຽມພາ ລາວໂຕໂຢຕ້າ ເອັຟຊີ ຮັບມື ທີມຈາກສິງກະໂປ ນັດທໍາອິດ ເອເອັຟຊີ ຄັບ 2020 ແລງມື້ນີ້

106

ເດີນທາງມາຮອດຮອບແບ່ງກຸ່ມຢ່າງເປັນທາງການ ສໍາລັບ ການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2020 ຮອບແບ່ງກຸ່ມ ເຊິ່ງ ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວພຣີເມຍລີກ 2019 ຈະຮັບການມາຢາມຂອງ Hougang United FC ສະໂມສອນໃນລີກສູງສຸດຂອງ ປະເທດສິງກະໂປ ໃນມື້ນີ້ວັນທີ 11 ກຸມພາ 2020 ເວລາ 18:30 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

ກ່ອນມື້ແຂ່ງຂັນ ພິທັກ ກອງມະທິລາດ ກອງໜ້າທີມຊາດລາວ ທີ່ຍ້າຍຈາກ ອະຢຸດທະຍາ ຢູໄນເຕັດ ທີມຈາກໄທ ມາຊ່ວຍ ລາວໂຕໂຢຕ້າ ເອັຟຊີ ກ່າວໃນພິທີຖະແຫຼງຂ່າວກ່ອນການແຂ່ງຂັນວ່າ: ລະດູການທີ່ຜ່ານມາ ນ້ອງໄດ້ໄປຫຼິ້ນໃຫ້ກັບສະໂມສອນໃນລີກປະເທດໄທ ສາມາດໄດ້ຮຽນຮູ້ແນວຄວາມຄິດ ແລະ ທັກສະການຫຼິ້ນ ລວມເຖິງປະສົບການຫຼາຍໆຢ່າງ ແນ່ນອນນ້ອງຈະເອົາປະສົບການດັ່ງກ່າວມາໃຊ້ໃນຈຸດນີ້ ແລະ ແບ່ງປັນໃຫ້ກັບລຸ້ນນ້ອງໃນທີມ ເພາະລາວໂຕໂຢຕ້າ ເອັຟຊີ ມີນັກເຕະໃໝ່ຫຼາຍຄົນ ກໍຖືເປັນການແລກປ່ຽນກັນ ແລະ ຮ່ວມແຮງຮ່ວມໃຈກັນຊ່ວຍທີມຢ່າງສຸດຂີດ, ສ່ວນເປົ້າໝາຍນັ້ນພວກເຮົາກໍຢາກຊະນະໃນນັດນີ້ໃຫ້ໄດ້ ແລະ ມາຮອດຕອນນີ້ພວກເຮົາພ້ອມເຕັມທີ່.

ສໍາລັບ ລາວໂຕໂຢຕ້າ ເອັຟຊີ ຄວ້າສິດໄປຮ່ວມ ເອເອັຟຊີ ຄັບ 2020 ແບບອັດຕະໂນມັດໂດຍຢູ່ກຸ່ມ F ຮ່ວມກັບ Hochiminh City FC ຈາກ ປະເທດຫວຽດນາມ, Hougang United FC ຈາກ ປະເທດສິງກະໂປ ແລະ YANGON UNITED FC ຈາກປະເທດມຽນມາ.
ສ່ວນຕາຕະລາງແຂ່ງຂັນຂອງ ລາວໂຕໂຢຕ້າ ເອັຟຊີ ມີດັ່ງນີ້: ຮັບການມາຢາມຂອງ Hougang United FC ໃນວັນທີ 11 ກຸມພາ 2020, ໄປຢາມ YANGON UNITED FC ໃນວັນ 25 ກຸມພາ 2020, ໄປຢາມ Hochiminh City FC ໃນວັນທີ 10 ມີນາ 2020, ຮັບການມາຢາມຂອງ Hochiminh City FC ໃນວັນທີ 15 ເມສາ 2020, ໄປຢາມ Hougang United FC ໃນວັນທີ 29 ເມສາ 2020 ແລະ ຮັບການມາຢາມຂອງ YANGON UNITED FC ໃນວັນທີ 13 ພຶດສະພາ 2020.
(ຂ່າວ: ຄໍາສອນ; ຮູບຈາກ: Visitthiphong Seanphimmachak)