ຊົມເຊີຍ! ອາເມລິກາ ມອບອຸປະກອນປ້ອງກັນໄວຣັສ ໂຄໂຣນາ ໃຫ້ແກ່ ສປປ ລາວ

195

ສ.ອາເມລິກາ ໄດ້ມອບອຸປະ ກອນປ້ອງກັນຕົນເອງ ໃຫ້ ສປປ ລາວ ເພື່ອເປັນການຊ່ວຍເຫຼືອ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ.

ພິທີມອບ-ຮັບ ເຄື່ອງດັ່ງກ່າວ, ແມ່ນໄດ້ຈັດຂຶ້ນ ໃນວັນທີ 07 ກຸມພາ 2020 ທີ່ຜ່ານມາ, ທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ເປັນກຽດມອບໂດຍ ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມີບັນດາພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບ

ສຳລັບອຸປະກອນທີ່ີນຳມາມອບເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິ ກາ ຫຼື USAID ເຊິ່ງລວມມີ ແວ່ນຕາປ້ອງກັນພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1500 ຊຸດ, ເຄື່ອງປ້ອງກັນໃບ ໜ້າ 220 ຊຸດ ລວມທັງ ຖົງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກໃບໜ້າ N95, ກ່ອງສຳລັບຂື້ເຫຍື້ອບໍ່ອະເຊື້ອ, ຖົງມື ແບະ ເຄື່ອງອະນາໄມມື. ອຸປະກອນເຫຼົ່ານີ້ແມ່ນຈະໄດ້ຖືກນຳສົ່ງຕໍ່ໄປໃຫ້ກັບບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ກຳລັງ ມີຄວາມຕ້ອງການສູງ.

ພາບປະກອບ

ໃນພິທີມອບ-ຮັບດັ່ງກ່າວ, ທ່ານ ເຮມ໋ອນ ເອກອັກຄະລັດຖະທູດ ກ່າວວ່າ: ພິທີມອບຮັບນີ້ໄດ້ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງສາຍສຳພັນການຮ່ວມມືສອງຝ່າຍແບບກວມລວມຂອງ ສ. ອາເມລິກາ ແລະ ສປປ ລາວ. ການສະໜອງ ເຄື່ອງປ້ອງກັນຕົນເອງ ຈະສາມາດຊ່ວຍ ພະນັກງານການເເພດ ແລະ ສາທາລະນະສຸກ ໃນສະຖານະການທີ່ຫຍຸ້ງຍາກ, ດັ່ງທີ່ ປະເທດລາວ ພະຍາຍາມທີ່ຈະປ້ອງກັນການແຜ່ຂອງພະຍາດຕິດເເປດແບບໃໝ່ນີ້ ລວມທັງພະຍາດໂຄໂຣນາ. ພວກເຮົາພູມໃຈທີ່ໄດ້ສະໜັບ ສະໜູນບັນດາແພດ ໝໍ ແລະ ປະຊາກອນກຸ່ມສ່ຽງໃນພາລະກິດນີ້.

ພາບປະກອບ

ເຄື່ອງປ້ອງກັນຕົນເອງຈະຊ່ວຍພະນັກງານສາທາລະນະສຸກໃນທົ່ວປະເທດເຂົ້າໃນການປິ່ນປົວຜູ້ທີ່ອາດຈະຕິດເຊື້ອພະຍາດໂດຍສະເພາະຜູ້ປ່ວຍທີ່ມີອາການເປັນຫວັດ ແລະ ມີໄຂ້. ການຊ່ວຍເຫຼືອຄັ້ງນີ້ແມ່ນອີງຕາກການຮ້ອງຂໍຈາກກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ.

ພາບປະກອບ

ນອກຈາກນີ້ ສ. ອາເມລິກາ ຍັງເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ປະຊາຊົນລາວໃນຫຼາຍໂຄງການເພື່ອປັບປຸງວຽກງານ ທາງດ້ານສາທາລະນະສຸກໃນທົ່ວປະເທດ ບໍ່ວ່າຈະເປັນ ວຽກງານທາງໂພສະນາການ ໂດຍຜ່ານໂຄງການອາຫານທ່ຽງ, ໂຄງການສົ່ງເສີມແມ່ ແລະ ເດັກ ແລະ ໂຄງການປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່.