ປີຜ່ານມາ ກອງຄຸ້ມຄອງພາສີIII ເກັບລາຍຮັບໄດ້ 7ຮ້ອຍກວ່າຕື້ກີບ

103

ໃນປີ 2019 ກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ ແລະ ຫຼວງພະບາງ ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວິຊາສະເພາະຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ ໂດຍຖືເອົາວຽກງານຈັດເກັບລາຍຮັບເປັນບັນຫາສໍາຄັນ ແລະ ຮີບດ່ວນເພື່ອຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ພ້ອມທັງຮັບປະກັນໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍທີ່ກໍານົດໄວ້, ເຮັດໃຫ້ປີຜ່ານມາສາມາດເກັບຍລາຍຮັບໄດ້ 711.839.000.000ກີບ.

ທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ໃຫ້ຮູ້ວ່າ: ການຈັດເກັບລາຍຮັບໃນທົ່ວກອງພາສີ III ຕາມແຜນຕັ້ງໄວ້ 720 ຕື້ກີບ ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບໃນ 1 ປີ ຜ່ານມາໄດ້ທັງໝົດ 711 ຕື້ກວ່າກີບ ເທົ່າກັບ 98,87% ຂອງແຜນການປີ, ທຽບໃສ່ໄລຍະດຽວກັບປີ 2018 ເທົ່າກັບ 111,95% ເພີ່ມຂຶ້ນ 11,93% ເທົ່າກັບ 75 ຕື້ກີບ.

ພາບປະກອບຂ່າວເທົ່ານັ້ນ

ສະເພາະການເກັບລາຍຮັບຢູ່ແຂວງໄຊຍະບູລີ ຕາມແຜນທີ່ຕັ້ງໄວ້ 707 ຕື້ກີບ ຜ່ານການຈັດເກັບລາຍຮັບໃນ 1 ປີຜ່ານມາໄດ້ທັງໝົດ 697 ຕື້ 994 ລ້ານກວ່າກີບ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 11,69%, ທຽບໃສ່ແຜນການປີປະຕິບັດໄດ້ 98,73% ໃນນີ້ລາຍຮັບກອງຄຸ້ມຄອງພາສີແຜນປີ 10 ຕື້ກີບ ປະຕິບັດໄດ້ 6 ຕື້ 902 ລ້ານກວ່າກີບ.

ດ່ານພາສີສາກົນນໍ້າເຫືອງ ແຜນປີ 323 ຕື້ກວ່າກີບ ປະຕິບັດໄດ້ 342 ຕື້ກວ່າກີບ ເທົ່າກັບ 106,07% ເພີ່ມຂຶ້ນ 11,16%, ດ່ານນາຂ່າ ເມືອງບໍ່ແຕນ ຕາມແຜນປີຈັດເກັບ 100 ລ້ານກີບ ປະຕິບັດໄດ້ 67 ລ້ານກວ່າກີບ ເທົ່າກັບ 67,48% ຂອງແຜນປີ ຫຼຸດລົງ 33,87%, ດ່ານພາສີສາກົນພູດູ່ ຕາມແຜນປີ 80 ຕື້ກີບ ປະຕິບັດໄດ້ 96 ຕື້ 802 ລ້ານກີບ ເທົ່າກັບ 121% ຂອງແຜນປີ ເພີ່ມຂຶ້ນ 57,11%, ດ່ານເມືອງທົ່ງມີໄຊ ຕາມແຜນປີຕັ້ງໄວ້ 150 ລ້ານກີບ ປະຕິບັດໄດ້ 150 ກວ່າລ້ານກີບ ເທົ່າກັບ 100,15% ຂອງແຜນປີ ເພີ່ມຂຶ້ນ 25,98%

ດ່ານພາສີສາກົນນໍ້າເງິນ ແຜນປີຕັ້ງໄວ້ 290 ຕື້ກີບ ປະຕິບັດໄດ້ 248 ຕື້ກີບ ເທົ່າກັບ 85,68% ຂອງແຜນປີ, ດ່ານປາງມອນ ເມືອງຄອບ ຕາມແຜນປີ 3 ຕື້ກີບ ປະຕິບັດໄດ້ 2 ຕື້ 352 ລ້ານກວ່າກີບ ເທົ່າກັບ 78,43% ຂອງແຜນປີ, ດ່ານຫ້ວຍຕອງ ເມືອງຊຽງຮ່ອນ ຕາມແຜນປີຈັດເກັບ 500 ລ້ານກີບ ປະຕິບັດໄດ້ 383 ລ້ານກວ່າກີບ ເທົ່າກັບ 76,71% ຂອງແຜນປີ.

ພາບປະກອບຂ່າວເທົ່ານັ້ນ

ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ ນອກຈາກການເກັບລາຍຮັບພາສີຈາກດ່ານ ກອງພາສີ III ຍັງໄດ້ເກັບລາຍຮັບຈາກການຄ່າປັບໃໝໃນຄະດີຕ່າງໆເຊັ່ນ: ໃນປີ 2019 ມີຄະດີເກີດຂຶ້ນທັງເກົ່າ ແລະ ໃໝ່ທັງໝົດ 344 ຄະດີ ໃນນີ້ຄະດີເກີດຂຶ້ນໃນປີ 2019 ມີ 333 ຄະດີ, ຄະດີຄ້າງມາປີ 2018 ມີ 11 ຄະດີ ມູນຄ່າ 1 ຕື້ 209 ລ້ານກີບ, ໄດ້ແກ້ໄຂແລ້ວຈໍານວນ 333 ຄະດີ ມູນຄ່າ 20 ຕື້ 679 ລ້ານກວ່າກີບ, ຄ່າພາສີ+ອາກອນ 6 ຕື້ 132 ລ້ານກີບ, ຄ່າປັບໃໝຂາຍເຄື່ອງຮິບ 1 ຕື້ 120 ລ້ານກວ່າກີບ ແລະ ຄະດີຍັງຄ້າງບໍ່ທັນແກ້ໄຂມີ 11 ຄະດີ ມູນຄ່າ 1 ຕື້ 209 ລ້ານກວ່າກີບ.

ໃນປີ 2020 ກອງຄຸ້ມຄອງພາສີ III ຈະສູ້ຊົນເກັບລາຍຮັບໃຫ້ໄດ້ທັງໝົດ 800 ຕື້ກີບ ໂດຍຈະເລັ່ງໃສ່ສະສາງຄະດີຄ້າງໃນໄລຍະຜ່ານມາ ຂອງສອງແຂວງຄື: ແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ຈະໄດ້ສົມທົບກັບຂະແໜງການທີ່ກ້ຽວຂ້ອງສືບສວນ-ສອບສວນ ລົດປອມແປງເອກະສານທີ່ຍັງຄ້າງແຈ້ງເສຍພາສີຈໍານວນ 11 ຄັນ ເພື່ອເຮັດໃຫ້ການຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມແຜນໃນປີ 2020.

ຂໍ້ມູນຈາກ: Media Laos ຂ່າວ: ບຸນທີ