ທ່ານນາຍົກ ຕ້ອນຮັບອົບອຸ່ນລັດຖະມົນຕີກະຊວງຕຳຫຼວດຫວຽດນາມ

144

 

ໃນຕອນແລງ ຂອງວັນທີ 10 ກຸມພາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ສາສະດາຈານ ດອກເຕີ ໂຕ ເລິມ, ລັດຖະມົນຕີກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ກຸມພາ 2020.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້້ ຊຶ່ງເປັນການຕອບສະໜອງຕາມຄຳເຊີນຂອງທ່ານ ພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງ ເປັນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມ ຄັ້ງທີ 42 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຕາມທິດຊີ້ນຳຂອງສອງກົມການເມືອງ ແລະ ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໃຫ້ປະກົດຜົນເປັນຈິງ ເວົ້າສະເພາະ, ເວົ້າລວມ ກໍ່ແມ່ນສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນ ບໍ່ຢຸດຢັ້ງ.

ພ້ອມກັນນັ້ນ ກໍ່ສະແດງຄວາມຊົມເຊີຍ ຕໍ່ການພົວພັນຮ່ວມມື ກໍ່ຄື ການເຮັດວຽກຮ່ວມກັນ ຂອງກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ແລະ ກະຊວງຕຳຫຼວດ ຂອງ ສສ ຫວຽດນາມ; ຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ສຳຄັນ ທີ່ກະຊວງຕໍາຫຼວດ ກໍ່ຄື ພັກ, ລັດ ແລະ ປະຊາຊົນຫວຽດນາມ ສາມາດຍາດມາໄດ້ ໃນປີທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັນສະຫຼາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່; ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ອັນໃຫຍ່ຫຼວງ ແລະ ການຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ລາວຕະຫຼອດມາ.

ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ບົດບາດ ແລະ ຄວາມສຳຄັນ ຂອງວຽກງານປ້ອງກັນຄວາມສະຫງົບ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ພ້ອມທັງ ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນລາວ ຈະເຮັດສຸດຄວາມສາມາດ ພ້ອມກັບຫວຽດນາມ ສືບຕໍ່ປົກປັກຮັກສາ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ລວມທັງໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຝ່າຍ ຫວຽດນາມ ໃນການຈັດຕັ້ງປະຕິບັດວຽກງານທີ່ສຳຄັນ ໃນປີ 2020 ໃຫ້ມີຜົນສໍາເລັດເປັນຢ່າງດີ ໂດຍສະເພາະ ການເປັນປະທານອາຊຽນ, ການຈັດກອງປະຊຸມສຸດຍອດອາຊຽນ.

ນອກຈາກນັ້ນ, ທ່ານຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ຜ່ານລັດຖະມົນຕີກະຊວງຕຳຫຼວດ ໄປຍັງບັນດາທ່ານການນຳຂັ້ນສູງ ຂອງພັກ ແລະ ລັດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດປີໃໝ່ຫວຽດນາມ ທີ່ຫາກໍ່ຜ່ານພົ້ນໄປບໍ່ເທົ່າໃດມື້ ຕື່ມອີກ.

ໃນໂອກາດດຽວກັນ, ສາສະດາຈານ, ດອກເຕີ ໂຕ ເລິມ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃນຄັ້ງນີ້, ພ້ອມທັງລາຍງານໃຫ້ທ່ານນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບຜົນສຳເລັດເບື້ອງຕົ້ນ ໃນການເຮັດວຽກຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໂດຍສະເພາະ ການຕີລາຄາຄືນຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ລວມທັງ ທິດທາງແຜນການຮ່ວມມືກັນ ໃນຕໍ່ໜ້າ ແລະ ອື່ນໆ. ໃນນັ້ນ, ທັງສອງຝ່າຍກໍໄດ້ລົງນາມແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈຳປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.