2 ຄ້າຍເພງ ຈັບມືກັນສ້າງຜົນງານເພງລາວສະໄໝ

88

ໃນໄລຍະ 3 ປີຜ່ານມາ ວົງການເພງລາວສະໄໝຂອງບ້ານເຮົາ ຮູ້ສຶກວ່າງຽບເຫງົາ ຍ້ອນຜົນກະທົບຈາກຫຼາຍໆດ້ານ ໂດຍສະເພາະແມ່ນທຶນຮອນ ໃນປັດຈຸບັນການສ້າງຜົນງານເພງລາວສະໄໝທີ່ຕ້ອງໃຊ້ງົບສູງກວ່າເພງລູກທົ່ງບ້ານນາ ຈຶ່ງເປັນສາເຫດໜຶ່ງເຮັດໃຫ້ເພງລາວສະໄໝ ຖືກຜະລິດອອກມາສູ່ຕະຫຼາດໜ້ອຍ.

ໃນປີ 2020 ວົງການເພງລາວສະໄໝແມ່ນເລີ່ມຄຶກຄັກຂຶ້ນ ຍ້ອນມີສິລະປິນນ້ອງໃໝ່ທີ່ເປີດຊ່ອງຢູທູບຂອງຕົນເອງແລ້ວປ່ອຍເພງອອກມາຫຼາກຫຼາຍແນວເພງ ເຮັດໃຫ້ຜູ້ຟັງມີທາງເລືອກ ແລະ ກັບມານິຍົມຟັງເພງລາວສະໄໝອີກຄັ້ງ ສ່ວນຄ້າຍເພງລາວກໍປ່ອຍອອກມາເປັນໄລຍະເຊັ່ນດຽວກັບຄ້າຍ ທີເຄ ທີ່ຢຸດປ່ອຍເພງລາວສະໄໝມາຫຼາຍປີ.

ໃນປີນີ້ກໍຈະມີເພງແນວນີ້ອອກມາອີກຄັ້ງ ເຊິ່ງເພງທຳອິດຂອງປີເປັນການຮ່ວມມືກັບຄ້າຍ ລາວລ້ານຊ້າງ ກັບຜົນງານຄຸນນະພາບ ຊື່ເພງ: “ ຢາກລົບຄວາມຊົງຈຳ ” ເຊິ່ງຮ້ອງໂດຍ TANE ຜິວພອນ ພົມມີໄຊ ເນື້ອຮ້ອງ ແລະ ທຳນອງໂດຍ ຜິວພອນ ພົມມີໄຊ, ເພງນີ້ໄດ້ປ່ອຍອອກອາກາດທາງວິທະຍຸ, ໂທລະພາບ ແລະ ໂຊຊຽວມີເດຍ ໃນວັນທີ 3 ກຸມພາ 2020 ເຊິ່ງເປັນວັນຄ້າຍວັນເກີດຂອງນັກຮ້ອງເອງ.

ອາຈານ ຜິວພອນ ພົມມີໄຊ ຫຼື ຫຼາຍໆຄົນຮູ້ຈັກໃນນາມ ອາຈານ ແຕນ ຜູ້ບຸກເບີກວົງການບັນເທີງລາວໃນຍຸກປີ 2005 ມີຜົນງານແຕ່ງເພງທີ່ມີຊື່ສຽງຫຼາຍຜົນງານ ຈົນໄດ້ຮັບລາງວັນລາວມິວຊິກອາວອດ ໃນສາຂານັກປະພັນເພງດີເດັ່ນ ເຊັ່ນ: ເພງສະຫວັນຫ້ອງເຊົ່າ, ໂມຄະ, ຂຸດຄົ້ນຮັກເກົ່າ, ໃຫ້ເຈົ້າຄົນດຽວ, ຄໍາຖາມທີ່ເຈົ້າຕ້ອງຕອບ, ຢາກໃຫ້ຮູ້, ຜູ້ຊາຍແມງເມົາ ແລະ ອີກຫຼາຍຜົນງານ ພ້ອມທັງເປັນຄົນດູແລສິລະປິນຫຼາຍໆຄົນໃນຄ້າຍລາວອາດມີເດຍ ເຊັ່ນ: ຄີມ ທິດາສະຫວັນ, LA5, HAPPY BOY. ນອກຈາກນີ້, ຍັງມີເພງເປັນຂອງຕົນເອງຫຼາຍເພງ ເຊັ່ນ: ຮັກເຈົ້າເທົ່ານັ້ນ, ຂ້ອຍເຈັບຄົນດຽວ, ຢ່າພົບກັນເລີຍ, ຈັ່ງໃດລະອີ່ຫຼ້າຄຳແພງ ແລະ ມາຮອດຜົນງານຫຼ້າສຸດ ກັບເພງ “ ຢາກລົບຄວາມຊົງຈຳ ”.

ສໍາລັບມິວສິກວິດີໂອເພງນີ້ແມ່ນການຜະລິດຂອງທີມງານ ທີເຄ ການບັນເທີງ ເຊິ່ງໄດ້ຮັບການສະໜັບສະໜູນ ໂດຍຮ້ານເຂົ້າຈີ່ແຊບບ້ານພ້າວ ແລະ ທະນາຄານຮ່ວມພັດທະນາ ຂຽນບົດ ແລະ ກຳກັບໂດຍ ທະວີສັກ ທຳມະວົງສາ ຜູ້ກຳກັບຮູບເງົາ “ ຂ້ອຍຮັກເຈົ້າ ” ແລະ “ ຄວາມຮັກຫຼຸຍໃບຕອງ ”, ເນື້ອໃນເວົ້າເຖິງເລື່ອງລາວຂອງຊາຍຄົນໜຶ່ງທີ່ຫຼາຍໃຈມີຄອບຄົວຢູ່ແລ້ວ ແຕ່ກໍຍັງມີຜູ້ຍິງຄົນໃໝ່ເຂົ້າມາເຮັດໃຫ້ຊີວິດຄອບຄົວພັງທະລາຍ.

ຫຼັງຈາກນັ້ນ, ຊາຍຄົນນັ້ນໄດ້ເກີດອຸບັດເຫດຈົນຍ່າງບໍ່ໄດ້ປົກກະຕິ ແລະ ມີຖານະຍາກຈົນແມ່ຍິງຄົນໃໝ່ຈຶ່ງໜີຈາກໄປຍັງເຫຼືອແຕ່ພຽງເມຍເກົ່າ ທີ່ມາຄອຍເປັນກຳລັງໃຈສຸດທ້າຍເມື່ອຊາຍຄົນນັ້ນຄິດໄດ້ຈຶ່ງຢາກກັບໄປຫາຄືນ ແຕ່ກໍສາຍເກີນໄປເພາະລາວໄດ້ມີຄົນຮັກໃໝ່ແລ້ວ.

ເລື່ອງລາວການສະແດງຖ່າຍທອດອາລົມແມ່ນໄດ້ ອາຈານ ຜິວພອນ ພົມມີໄຊ ມາຮັບບົດຄົນຫຼາຍໃຈ, ສາວ ເອລີນ້າ TOP 20 ຈາກເວທີ MISS WOELD LAOS 2019 ມາຮັບບົດເປັນພັນລະຍາ ແລະ ສາວ ຕຸກຕາ ຈາຣະວີ ນັກຮ້ອງ – ນັກສະແດງເຈົ້າບົດບາດນາງເອກຮູບເງົາເລື່ອງ “ 45 ວັນ ” ມາຮັບບົດເປັນແຟນໃໝ່ ແລະ ໜຸ່ມ ພອນໄຊ ແກ້ວວົງກົດ ຮອງອັນດັບ 1 ເທບພະບຸດນາຄາປີ 2020 ມາຮັບບົດເປັນແຟນໃໝ່ຂອງ ສາວ ອາລີນ້າ.

ເລື່ອງລາວຈະເປັນແນວ      ໃດສາມາດຕິດຕາມຊົມ        ແລະ ຟັງເພງໄດ້ທາງຊ່ອງ YOUTUBE: TK SOUND-LAO SOUNDLAO.

[ ຂ່າວ: ນຸ້ມນິ້ມ; ຮູບ: TK SOUNDLAO ]