ໜັງໄກ່ຈືນກອບ

92

ມື້ນີ້ຂໍແນະນໍາລາຍການອາຫານທີ່ກິນງ່າຍໆ ສາມາດກິນກັບຕໍາສົ້ມ, ກິນເປັນກັບແກ້ມ ຫຼື ກິນກັບເຂົ້າໄດ້ເຊັ່ນກັນ ຖ້າເວົ້າເຖິງໜັງໄກ່ບາງຄົນກໍບໍ່ມັກເນື່ອງຈາກມີໄຂມັນຫຼາຍ ແຕ່ຖ້າເອົາມາຈືນກອບໆກໍແຊບໄປອີກແບບເຊັ່ນກັນ.

ສ່ວນປະສົມ:

1 ໜັງໄກ່ 1 ກິໂລກຣາມ.

2 ກະທຽມສັບ 1/2 ຖ້ວຍນ້ອຍ.

3 ພິກໄທ 1 ບ່ວງແກງ.

4 ແປ້ງຈືນກອບ 1/2 ຖ້ວຍນ້ອຍ.

5 ນ້ຳປາ 1 – 2 ບ່ວງກາເຟ.

6 ນ້ຳມັນຫອຍ 2 ບ່ວງແກງ.

7 ນ້ຳສະອິວ 1 ບ່ວງກາເຟ.

8 ນ້ຳຕານໜ້ອຍໜຶ່ງ ຫຼື ບໍ່ໃສ່ກໍໄດ້.

ວິທີປຸງແຕ່ງ:

ລ້າງໜັງໄກ່ໃຫ້ສະອຽດແລ້ວຊອຍເປັນຕ່ອນພໍດີຄຳ. ຈາກນັ້ນ, ເອົາໃສ່ຊາມປຸງລົດຊາດດ້ວຍນ້ຳປາ, ນ້ຳສະອິວ, ນ້ຳມັນຫອຍ, ກະທຽມ ແລະ ພິກໄທຄົນໃຫ້ເຂົ້າກັນດີ ສຸດທ້າຍຈຶ່ງເອົາແປ້ງຈືນກອບໃສ່ລົງໄປ ຄົນໃຫ້ເຂົ້າກັນແລ້ວຈຶ່ງນຳໄປແຊ່ໃນຕູ້ເຢັນໝັກໄວ້ປະມານ 30 ນາທີ.

ຫຼັງຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງພໍຮ້ອນເອົາລົງຈືນເລັກໜ້ອຍກ່ອນ ແລ້ວຊີມເບິ່ງລົດຊາດ ( ຖ້າບໍ່ຖືກໃຈກໍປຸງລົດເພີ່ມຕື່ມໄດ້ຕາມໃຈ ) ຈຶ່ງນຳໄປຈືນຕໍ່ຈົນສຸກດີ ແລະ ຕັກຂຶ້ນໃຫ້ສະເດັດນ້ຳມັນຈັດໃສ່ຈານເປັນອັນວ່າຮຽບຮ້ອຍ.

( ຂໍ້ມູນຈາກ: Cooking.com )

[ ຮຽບຮຽງ: ນຸ້ມນິ້ມ ]