ສຳມະນາວຽກງານການເງິນໃຫ້ພະນັກງານ – ລັດຖະກອນ

137

ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາວຽກງານການເງິນ ໃຫ້ພະນັກງານ – ລັດຖະກອນ ອ້ອມຂ້າງກະຊວງການເງິນ ໃຫ້ມີຄວາມເຂັ້ມແຂງດ້ານວິຊາການ. ທັງນີ້, ກໍເພື່ອສ້າງ ຄວາມຮັບຮູ້ – ຄວາມເຂົ້າໃຈ ກ່ຽວກັບລະບຽບການຈັດຕັ້ງປະຕິບັດວຽກງານການເງິນ ໂດຍການເປັນປະທານຂອງ ທ່ານ ນາງ ຄຳຂວັນ ສີຊານົນ ຮອງຫົວໜ້າຫ້ອງການກະຊວງການເງິນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອຮັບຟັງການສະເໜີກ່ຽວກັບຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ງົບປະມານບໍລິຫານລັດ ສະບັບເລກທີ 4000/ກງ ລົງວັນທີ 12 ທັນວາ 2018; ສະເໜີກ່ຽວກັບຄຳແນະນຳ ສະບັບເລກທີ 0866/ກງ ລົງວັນທີ 22 ມີນາ 2019 ກ່ຽວກັບການປະກອບເອກະສານ ແລະ ກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ ແລະ ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາຢູ່ຄັງເງິນແຫ່ງຊາດ ໂດຍມີວິທະຍາກອນບັນລະຍາຍຈາກຄັງເງິນແຫ່ງຊາດ.

ສ່ວນການນຳສະເໜີກ່ຽວກັບຄຳແນະນຳສະບັບເລກທີ 0016/ ກງ ລົງວັນທີ 03 ມັງກອນ 2019 ກ່ຽວກັບການຄຸ້ມຄອງລາຍຮັບ – ລາຍຈ່າຍຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ; ຄຳແນະນຳສະບັບເລກທີ 5171/ກງ ລົງວັນທີ 30 ທັນວາ 2019 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020 ບັນລະຍາຍໂດຍກົມງົບປະມານແຫ່ງລັດ; ສ່ວນຫ້ອງການກະຊວງການເງິນ ນຳສະເໜີກ່ຽວກັບຄຳແນະນຳ ສະບັບເລກທີ 0020/ກງ ລົງວັນທີ 04 ມັງກອນ 2019 ກ່ຽວກັບການປະຢັດລາຍຈ່າຍງົບປະມານບໍລິຫານຂອງກະຊວງການເງິນ.

ທັງນີ້, ກໍເພື່ອຕອບສະໜອງ ແລະ ນຳໃຊ້ລາຍຈ່າຍງົບປະມານບໍລິຫານຂອງລັດໃຫ້ມີຈຸດສຸມ, ມີປະສິດທິພາບສູງ, ປະຢັດມັດທະຍັດ ແລະ ສົມຄູ່ກັບຄວາມອາດສາມາດໃນການຈັດສັນແຜນງົບປະມານທີ່ບັນດາຫົວໜ່ວຍງົບປະມານໄດ້ຮັບໃນແຕ່ລະປີ. ພ້ອມນັ້ນ, ໃນກອງປະຊຸມວິທະຍາກອນ ແລະ ສຳມະນາກອນໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສົນທະນາຖາມ – ຕອບຢ່າງກົງໄປກົງມາ ພ້ອມທັງອະທິບາຍຊີ້ແຈງເຫດຜົນເພື່ອໃຫ້ຮັບຮູ້, ເຂົ້າໃຈ ແລະ ເປັນບ່ອນອີງໃຫ້ຫົວໜ່ວຍງົບປະມານແຕ່ລະຂັ້ນເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບ, ຮັບປະກັນຄວາມຖືກຕ້ອງຕາມເປົ້າໝາຍລາຍຈ່າຍ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.