ທພລ ສາຂາຫຼວງນ້ຳທາ ປ່ອຍສິນເຊື່ອໃຫ້ພາກທຸລະກິດເກືອບ 200 ຕື້ກີບ

136

ປີ 2019 ຜ່ານມາ ທະນາຄານ ພັດທະນາລາວ ( ທພລ ) ສາຂາແຂວງຫຼວງນ້ຳທາ ສາມາດລະດົມເງິນຝາກໄດ້ທັງໝົດ 273 ຕື້ກີບ, ຄຽງຄູ່ກັນນັ້ນກໍໄດ້ປ່ອຍສິນເຊື່ອໃຫ້ພາກທຸລະກິດໄດ້ເກືອບ 200 ຕື້ກີບ.

ທ່ານ ສົມຫວັງ ເພັງມະດວງຈັກ ຫົວໜ້າ ທພລ ສາຂາຫຼວງນໍ້າທາ ໃຫ້ຮູ້ວ່າງບໍ່ດົນມານີ້ວ່າ: ປີ 2019 ຜ່ານມາ ທພລ ສາມາດລະດົມເງິນຝາກໄດ້ທັງໝົດ 273 ຕື້ກີບ, ສົມທຽບໃສ່ແຜນການປີ 264 ຕື້ກີບ, ປະຕິບັດໄດ້ແລ້ວ 103,4% ຫຼື ລື່ນແຜນການ 3,4%, ສົມທຽບໃສ່ປີ 2018 ເພີ່ມຂຶ້ນ 21 ຕື້ກີບ ຫຼື ເພີ່ມຂຶ້ນ 9,2%; ມີຈໍານວນບັນຊີເງິນຝາກກະແສລາຍວັນ 186 ບັນຊີ, ເງິນຝາກປະຢັດ 21.028 ບັນຊີ, ບັນຊີເງິນຝາກປະຈໍາ 2.210 ບັນຊີ ແລະ ບັນຊີເງິນຝາກອື່ນໆ 1.715 ບັນຊີ; ສາມາດປ່ອຍສິນເຊື່ອໃຫ້ແກ່ທຸກພາກສ່ວນເສດຖະກິດ ເພື່ອປະກອບສ່ວນພັດທະນາທ້ອງຖິ່ນໃນແຂວງຫຼວງນໍ້າທາ ໄດ້ທັງໝົດ 197 ຕື້ກີບ, ສົມທຽບໃສ່ແຜນການປີປະຕິບັດໄດ້ 91%, ສົມທຽບໃສ່ປີ 2018 ຕົວເລກສິນເຊື່ອຫຼຸດລົງ 6,6%.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ກ່ຽວກັບອັດຕາສ່ວນເງິນກູ້ລວມຕໍ່ເງິນຝາກ ຫຼື ຕໍ່ແຫຼ່ງທຶນທີ່ມີຂອງສາຂາໃນປີ 2019 ຢູ່ໃນອັດຕາສ່ວນ 69% ຖືວ່າແຫຼ່ງທຶນຍັງເຫຼືອຫຼາຍຢູ່ ໂດຍສະເພາະແຫຼ່ງທຶນທີ່ເປັນສະກຸນເງິນໂດລາ ແລະ ສະກຸນບາດໄທ; ສໍາລັບໜີ້ບໍ່ເກີດຜົນ ຫຼື NPL ທີ່ເກີດຂຶ້ນໃນປີ 2019 ເທົ່າກັບ 0,09% ຂອງຍອດສິນເຊື່ອທີ່ປ່ອຍກູ້ທັງໝົດ ລວມ NPL ໃນຜັງ ແລະ ນອກຜັງເຂົ້າກັນກວມອັດຕາສ່ວນ 0,9% ຂອງຍອດສິນເຊື່ອທັງໝົດ ແລະ ໃນປີ 2019 ສາມາດສ້າງກໍາໄລໄດ້ທັງໝົດຈໍານວນ 7,6 ຕື້ກີບ.

( ຂ່າວ: ຣັດສະໝີ ດວງສັດຈະ )