ບໍລິສັດ ເອັສຈີເອັສ ລາວ ມອບໃບຮັບຮອງ ISO 9001:2015 ໃຫ້ໂຮງງານຜະລິດອາຫານສັດພູຄຳ

203

ໂຮງງານຜະລິດອາຫານສັດພູຄຳ ເປັນໜຶ່ງໃນເຄືອຂອງ ບໍລິສັດ ຊີ.ພີ ລາວ ຈໍາກັດ ໃຊ້ເວລາປີກວ່າໃນການຈັດລະບົບຂັ້ນຕອນການຜະລິດໃຫ້ເປັນໄປຕາມລະບົບມາດຕະຖານຄຸນນະພາບທີ່ທົ່ວໂລກຍອມຮັບ ພາຍໃຕ້ການກວດສອບດ້ານເຕັກນິກ ແລະ ມາດຕະຖານຂອງ ບໍລິສັດ ເອັສຈີເອັສ ລາວ ( SGS Lao ) Sole Co.,Ltd. ຫຼ້າສຸດ, ໂຮງງານດັ່ງກ່າວກໍໄດ້ຮັບການຢັ້ງຢືນ ແລະ ຮັບຮອງລະບົບມາດຕະຖານຄຸນນະພາບ ISO 9001:2015 ຢ່າງເປັນທາງການໃນຕອນແລງຂອງວັນທີ 6 ກຸມພາ 2020 ຜ່ານມາ.

ທ່ານ ທໍານອງ ພົນທອງມາກ ກໍາມະການຜູ້ຈັດການ ບໍລິສັດ ຊີ.ພີ ລາວ ຈໍາກັດ ໄດ້ອະທິບາຍເຖິງທີ່ໄປທີ່ມາຂອງການໄດ້ຮັບ ISO ວ່າ: ພວກເຮົາໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດລະບົບປະມານປີກວ່າ ຈຶ່ງໄດ້ຮັບ ISO 9001:2015 ເນື່ອງຈາກຕ້ອງເລີ່ມຕົ້ນຕັ້ງແຕ່ການຂຽນເອກກະສານຂັ້ນຕອນປະຕິບັດວຽກຂອງພະນັກງານໃນທຸກຕໍາແໜ່ງງານທີ່ກ່ຽວຂ້ອງ ເພື່ອໃຫ້ປະຕິບັດວຽກຢ່າງມີປະສິດທິພາບ ແລະ ໃນທຸກຂະບວນການຜະລິດໃຫ້ສາມາດກວດສອບຢ້ອນກັບໄດ້ 100% ນັບຕັ້ງແຕ່ວັດຖຸດິບ, ຂະບວນການຜະລິດ, ຈົນເຖິງອາຫານທີ່ສົ່ງມອບໃຫ້ກັບລູກຄ້າ ເພື່ອຮັບປະກັນວ່າເປັນອາຫານທີ່ດີ ແລະ ມີຄຸນນະພາບສູງ ໂດຍມີຄໍາຂວັນຄື: “ ສຸມໃສ່ການພັດທະນາຄຸນນະພາບສິນຄ້າ ແລະ ບໍລິການຢ່າງຕໍ່ເນື່ອງ ເພື່ອ ຄວາມພໍໃຈຂອງລູກຄ້າພາຍໃຕ້ຂະບວນການຜະລິດທີ່ໄດ້ມາດຕະຖານ ”.

ເຊິ່ງມາດຕະຖານ ISO 9001:2015 ເປັນມາດຕະຖານສາກົນທີ່ທົ່ວໂລກຍອມຮັບ ແລະ ຖ້າບໍລິສັດໃດຫາກຖືກຮັບຮອງແລ້ວແມ່ນໝັ້ນໃຈວ່າເປັນສິນຄ້າທີ່ດີ, ມີຄຸນນະພາບຢ່າງແນນ່ອນ ແລະ ເປັນທີ່ຍອມຮັບໃນຕະຫຼາດ. ປັດຈຸບັນ ບໍລິສັດ ຊີ.ພີ ລາວ ມີໂຮງງານອາຫານສັດພຽງແຫ່ງດຽວ ແລະ ເປັນໂຮງງານແຫ່ງທໍາອິດທີ່ໄດ້ຮັບ ISO 9001:2015 ເຊິ່ງມີກໍາລັງການຜະລິດ 1 ແສນ 80 ພັນໂຕນຕໍ່ປີ. ໃນນີ້, ຈໍາໜ່າຍລູກຄ້າປະມານ 30% ແລະ ໃຊ້ເອງພາຍໃນເຄືອຂອງ ບໍລິສັດ ຊີ.ພີ ລາວ 70%, ສ່ວນວັດຖຸດິບທີ່ໃຊ້ໃນການຜະລິດອາຫານສັດມາຈາກພາຍໃນປະເທດລາວ 70%, ສ່ວນອີກ 30% ແມ່ນນໍາເຂົ້າຈາກຕ່າງປະເທດ.

ຂະນະທີ່, ທ່ານ ນາງ ອຸຣະວະດີ ສີຣິພົມ ອັກຄະລັດຖະທູດທີ່ປຶກສາຝ່າຍການຄ້າ ສະຖານທູດໄທ ປະຈໍາລາວ ກ່າວວ່າ: ສໍາລັບການລົງທຶນໃນຕ່າງປະເທດ ກໍຄວນເປັນການລົງທຶນທີ່ມີຄຸນນະພາບ ເຊິ່ງ ບໍລິສັດ ຊີ.ພີ ລາວ ກໍເປັນໜຶ່ງໃນບັນດາບໍລິສັດທີ່ເຮັດທຸລະກິດໃນລາວ ເຊິ່ງການຮັບຮອງຄຸນນະພາບ ISO 9001:2015 ກໍຖືວ່າຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ, ເຮັດໃຫ້ທຸລະກິດມີຄວາມໝັ້ນຄົງ ແລະ ຍັງເປັນສ່ວນສໍາຄັນໃນການພັດທະນາຄຸນນະພາບຊີວິດຂອງປະຊາຊົນນຳອີກ.

ດ້ານ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການການປົກຄອງນະຄອນຫຼວງວຽງຈັນ ມີຄຳເຫັນຕື່ມວ່າ: ນັບແຕ່ ບໍລິສັດ ຊີ.ພີ ລາວ ເຂົ້າມາດໍາເນີນທຸລະກິດໃນນະຄອນຫຼວງວຽງຈັນ ກໍເຮັດໃຫ້ໂສມໜ້າການຜະລິດມີບັນຍາກາດຄຶກຄັກ ແລະ ສິນຄ້າກໍເປັນທີ່ຍອມຮັບຂອງສາກົນ ເຊິ່ງການຜະລິດດັ່ງກ່າວນອກຈາກຢູ່ນະຄອນຫຼວງວຽງຈັນ ແລ້ວຍັງ ມີຖານການຜະລິດຢູ່ຕ່າງແຂວງນຳອີກ. ສໍາລັບການໄດ້ຮັບມາດຕະຖານດັ່ງກ່າວກໍເປັນການຢັ້ງຢືນເຖິງຄຸນນະພາບ ແລະ ເຮັດໃຫ້ບັນດາເຄືອຂ່າຍຂອງບໍລິສັດເຕີບໃຫຍ່ຂະຫຍາຍຕົວຕື່ມອີກ.

ພິທີດັ່ງກ່າວໃຫ້ກຽດ   ມອບໃບຮັບຮອງ ISO 9001:2015 ຂອງ ທ່ານ ທັດສະວິດ ໄຊວັນນະທຳ ຜູ້ຈັດການ ບໍລິສັດ SGS ( Lao ) Sole Co.,Ltd ແລະ ຮັບໂດຍ ທ່ານ ທໍານອງ ພົນທອງມາກ ກໍາມະການຜູ້ຈັດການ ບໍລິສັດ ຊີ.ພີ ລາວ ຈໍາກັດ, ມີບັນດາແຂກຖືກເຊີນ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]