ເຈົ້າແຂວງໄຊສົມບູນ ລົງຊຸກຍູ້ກຸ່ມຜະລິດກະສິກຳອິນຊີ

152

ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄອບຄົວຕົວແບບກຸ່ມຜະລິດກະສິກຳອິນຊີ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ໃນວັນທີ 8 ກຸມພາຜ່ານມາ, ມີການນຳເມືອງອະນຸວົງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບແນວພັນພືດທີ່ປະຊາຊົນນຳມາປູກຢູ່ບ້ານນໍ້າຍອນ ແຫ່ງນີ້ ເຊິ່ງ ບໍລິສັດ ພູເບ້ຍມາຍນິງ ໄດ້ເປັນຜູ້ສະໜອງແນວພັນຈຳນວນໜຶ່ງ. ນອກນັ້ນ, ແມ່ນແນວພັນຂອງປະຊາຊົນເອງ. ພ້ອມນີ້, ອຸປະກອນທີ່ນຳໃຊ້ເຂົ້າໃນການຜະລິດແມ່ນ ບໍລິສັດ ພູເບ້ຍມາຍນິງ ເປັນຜູ້ສະໜອງ ແລະ ສະໜັບສະໜູນ ໂດຍການຜະລິດຂອງປະຊາຊົນ ແມ່ນເນັ້ນໃສ່ຜະລິດກະສິກຳສະອາດ ແລະ ປອດສານພິດ ເຊິ່ງພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໃກ້ຊິດຕິດແທດໃນການແນະນຳ ແລະ ໃຫ້ ຄວາມຮູ້ດ້ານເຕັກນິກວິຊາການ ໂດຍສະເພາະວິທີການປູກ, ການໃສ່ຝຸ່ນ ຕະຫຼອດຮອດການບົວລະບັດຮັກສາ ເພື່ອໃຫ້ປະຊາຊົນຫັນຈາກການຜະລິດແບບທຳມະຊາດ, ປະຖົມປະຖານກ້າວເຂົ້າສູ່ເຕັກນິກທີ່ທັນສະໄໝ, ມີປະສິດທິພາບ ແລະ ໄດ້ຮັບຜົນຜະລິດສູງ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ລົງໃກ້ຊິດຕິດແທດໃນການຊຸກຍູ້ສົ່ງເສີມຂະບວນການປູກພືດຜັກກະສິກຳອິນຊີຂອງປະຊາຊົນໃຫ້ນັບມື້ເພີ່ມຂຶ້ນ ໂດຍການແນະນຳ ແລະ ໃຫ້ຄວາມຮູ້ດ້ານວິຊາການກ່ຽວກັບການປູກ ຕະຫຼອດຮອດການບົວລະບັດຮັກສາ, ທັງຍົກໃຫ້ເຂົາເຈົ້າເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນໃນການພັດທະນາເສດຖະກິດຄອບຄົວຂອງຕົນ ໂດຍການປູກພືດຜັກຜະລິດເປັນສິນຄ້າ ເພື່ອຫັນຈາກການຖາງປ່າເຮັດໄຮ່ທີ່ເລື່ອນລອຍ ແລ້ວມາທຳການຜະລິດທີ່ໝັ້ນຄົງ.

( ຂ່າວ: ຈິນລະວອນ ວໍລະສົມບູນ )