ປະຊາຊົນເມືອງຕຸ້ມລານ ໄດ້ຊົມໃຊ້ 14 ໂຄງການຍ່ອຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ

119

ພາຍຫຼັງໄດ້ສຳເລັດການຈັດຕັ້ງປະຕິບັດໂຄງການຍ່ອຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ຮອບວຽນທີ 16 ປະຈຳປີ 2019 ແຕ່ເດືອນມິຖຸນາ 2019 ເປັນຕົ້ນມາ ຫຼັງຈາກໄດ້ລົງມືປະຕິບັດເກືອບ 4 ເດືອນ ມາໃນວັນທີ 10 ກຸມພາ 2020 ນີ້ ໄດ້ມີພິທີມອບ – ຮັບຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ປະສອນໄຊ ອິນສີຊຽງໃໝ່ ຮອງຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ, ມີ ທ່ານ ວັນເພັງ ອິນທະສອນ ຮອງເຈົ້າເມືອງຕຸ້ມລານ, ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ຜູ້ປະສານງານ ທລຍ ຂັ້ນແຂວງ, ເມືອງ ແລະ ກຸ່ມບ້ານເຂົ້າຮ່ວມ.

ທ່ານ ກິຈະພັນ ໂພສາລີ ຜູ້ປະສານງານ ທລຍ ແຂວງສາລະວັນ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການ ຮອບວຽນທີ 16 ປະຈຳປີ 2019 ໃຫ້ຮູ້ວ່າ: ໂຄງການຍ່ອຍດັ່ງກ່າວມີທັງໝົດ 14 ໂຄງການ ທີ່ໄດ້ປະຕິບັດ ແລະ ມີຜົນສຳເລັດ 100% ມີມູນຄ່າທັງໝົດ 2.273 ລ້ານກວ່າກີບ. ໃນນັ້ນ, ທຶນສົມທົບລັດຖະບານ ຈຳນວນ 3 ໂຄງການ, ທຶນຊຸມຊົນປະກອບສ່ວນ 113 ລ້ານກວ່າກີບ ເຊິ່ງສ່ວນໃຫຍ່ໂຄງການກວມເອົາຂົງເຂດສາທາຫຼາຍກວ່າໝູ່ ຈຳນວນ 6 ໂຄງການ ເຊັ່ນ: ໂຄງການກໍ່ສ້າງນ້ຳບາດານ, ກໍ່ສ້າງລະບົບນ້ຳລິນ, ກໍ່ສ້າງຫໍພັກແພດ ແລະ ສະໜອງອຸປະກອນການແພດ; ຂົງເຂດສຶກສາ 4 ໂຄງການ ຄື: ກໍ່ສ້າງໂຮງຮຽນປະຖົມ, ອຸປະກອນຕົກແຕ່ງໂຮງຮຽນ ແລະ ອຸປະກອນການຮຽນ – ການສອນ ແລະ ຂົງເຂດໂຍທາອີກ 4 ໂຄງການ ຄື: ສ້ອມແປງເສັ້ນທາງຊົນນະບົດ. ຈາກນັ້ນ, ທ່ານກໍໄດ້ກ່າວມອບຕໍ່ໃຫ້ກັບອົງການປົກຄອງເມືອງເປັນຜູ້ສືບຕໍ່ຄຸ້ມຄອງ ແລະ ຕິດຕາມ ໂດຍຊ້ອງໜ້າ ທ່ານ ປະສອນໄຊ ອິນສີຊຽງໃໝ່ ຮອງຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ.

ໂອກາດດຽວກັນນັ້ນ, ທ່ານ ວັນເພັງ ອິນທະສອນ ຮອງເຈົ້າເມືອງຕຸ້ມລານ ກໍໄດ້ກ່າວຮັບ ແລະ ກ່າວມອບຕໍ່ໃຫ້ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ບ້ານເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ, ທັງຊຸກຍູ້ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ນຳໄປຈັດຕັ້ງປະຕິບັດນຳພາປະຊາຊົນໃນບ້ານເປົ້າໝາຍ.

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )