ປີຜ່ານມາ ໄຊຍະບູລີມີການລົງທຶນທັງໝົດ 15ໂຄງການ ດ້ວຍທຶນ 24ລ້ານກວ່າໂດລາສະຫະລັດ

164

ການຈັດຕັ້ງປະຕິບັດວຽກງານການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ເປັນວຽກງານໜຶ່ງທີ່ສໍາຄັນ ຂອງພັກ ແລະ ລັດຖະບານ ເວົ້າລວມເວົ້າສະເພາະກໍ່ຄືການນໍາຂອງແຂວງໄຊຍະບູລີ ໄດ້ເອົາໃຈໃສ່ຊີ້ນໍານໍາພາຢ່າງໃກ້ຊິດໃນການດໍາເນີນທຸລະກິດ ໂຄງການລົງທຶນດ້ານຕ່າງໆ ເພື່ອໃຫ້ສອດຄ່ອງຖືກຕ້ອງຕາມລະບຽບກົດໝາຍ ໃນເງື່ອນໄຂປັດຈຸບັນ, ສະເພາະປີ 2019 ແຂວງໄຊຍະບູລີມີການລົງທຶນທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 15 ໂຄງການ ດ້ວຍທຶນທັງໝົດ 24ລ້ານໂດລາສະຫະລັດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄໍາເຜີຍ ສິດທະວົງ ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ໄດ້ເປີດເຜີຍວ່າ: ໃນປີ 2019 ແຂວງໄຊຍະບູລີ ໄດ້ອະນຸມັດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີ 15 ໂຄງການ, ມີທຶນທັງໝົດ 24 ລ້ານໂດລາສະຫະລັດ.

ໃນນີ້ດໍາເນີນກິດຈະການທົ່ວໄປ (ກິດຈະການຄວບຄຸມ) ມີ 9 ໂຄງການ ມູນຄ່າ 10 ລ້ານກວ່າໂດລາ, ກິດຈະການສໍາປະທານມີ 6 ໂຄງການ ມູນຄ່າ 13 ລ້ານກວ່າໂດລາ. ເມື່ອທຽບໃສ່ປີ 2018 ຜ່ານມາ ເຫັນວ່າເພີ່ມຂຶ້ນ 11 ເທົ່າຕົວ, ຖ້າທຽບໃສ່ແຜນການປີ 2019 ລື່ນຄາດໝາຍ 66,5% ເນື່ອງຈາກວ່າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມອບກິດຈະການທົ່ວໄປ (ຄວບຄຸມ) ໃຫ້ຂຶ້ນກັບແຜນກການ ແລະ ການລົງທຶນ.

ພ້ອມນີ້ໃນປີ 2019 ພະແນກແຜນການ ແລະ ການລົງທຶນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການສຶກສາສໍາຫຼວດ (MOU) ຈໍານວນ 5 ໂຄງການ; ສ່ວນປັດຈຸບັນກໍາລັງກະກຽມເຊັນບົດບັນທຶກ ຄວາມເຂົ້າໃຈອີກ 9 ໂຄງການ, ສຳລັບຕົວເລກຂອງການຂຶ້ນທະບຽນວິສາຫະກິດຂະແໜງອຸດສາຫະກໍາ ແລະ ການຄ້າ ມີຈຳນວນ 437 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 307 ຕື້ກີບ ຫຼື ເທົ່າກັບ 34,3 ລ້ານໂດລາສະຫະລັດ.

ອີກດ້ານໜຶ່ງການຈັດຕັ້ງປະຕິບັດໃນຮູບແບບ 2+3 ໃຫ້ປະຊາຊົນມີສ່ວນຮ່ວມຫຼາຍທີ່ສຸດ. ປັດຈຸບັນນີ້ມີໂຄງການປູກກ້ວຍ 8 ບໍລິສັດໃນເນື້ອທີ່ 2.986 ເຮັກຕາ ແລະ ໃນປີນີ້ໄດ້ອະນຸມັດໃຫ້ມີການສົ່ງເສີມການປູກ, ເກັບຊື້ ແລະ ສ້າງຕັ້ງໂຮງງານປຸງແຕ່ງໃບຊາໝ້ຽງ ຢູ່ບັນດາເມືອງທີ່ມີທ່າແຮງ ເຊິ່ງໄດ້ອະນຸຍາດໃຫ້ເອກະຊົນເຂົ້າມາລົງທຶນແລ້ວ 7 ໂຄງການ ມູນຄ່າ 1 ລ້ານກວ່າໂດລາສະຫະລັດ.

ເປົ້າໝາຍເພື່ອເພີ່ມມູນຄ່າໃບຊາໝ້ຽງ ສ້າງລາຍຮັບໃຫ້ແກ່ປະຊາຊົນ, ສ້າງອາຊີບໝັ້ນຄົງ ແລະ ເປັນການອະນຸລັກຕົ້ນຊາໝ້ຽງທໍາມະຊາດ ບໍ່ໃຫ້ຖືກທໍາລາຍ; ພ້ອມຍັງໄດ້ກໍານົດໃຫ້ເປັນເອກະລັກຜະລິດຕະພັນ ຂອງແຂວງໄຊຍະບູລີ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ. ສຳລັບໂຄງການທີ່ໄດ້ຮັບອະນຸມັດຈາກຂັ້ນສູນກາງຈັດຕັ້ງປະຕິບັດຢູ່ພາຍໃນແຂວງໄຊຍະບູລີ ທີ່ກໍາລັງດໍາເນີນງານ ແລະ ກຳລັງສຶກສາສຳຫຼວດຄວາມເປັນໄປໄດ້ທັງໝົດ 21 ໂຄງການ.

ພາບປະກອບຂ່າວເທົ່ານັ້ນ

ໃນນັ້ນໂຄງການພັດທະນາພະລັງງານໄຟຟ້າມີ 9 ໂຄງການ, ຄາດຄະເນກຳລັງການຜະລິດ 6.844 ເມກາວັດ, ໂຄງການຊອກຄົ້ນ-ສຳຫຼວດແຮ່ທາດມີ 7 ໂຄງການ ເນື້ອທີ່ 2.912,4 ກິໂລຕາແມັດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດມີ 3 ໂຄງການ ເນື້ອທີ່ 32,25 ກິໂລຕາແມັດ, ບໍລິສັດລາວ-ໄທຮົ້ວຢາງພາລາ ສຳປະທານທີ່ດິນປູກຢາງພາລາ 1 ໂຄງການ ແລະ ຂະແໜງອຸດສາຫະກໍາໂຮງງານຊີມັງ ຊານເລີ 1 ໂຄງການ, ໃນນີ້ໄດ້ຍົກເລີກສັນຍາໂຄງການຊອກຄົ້ນ-ສຳຫຼວດແຮ່ທາດແລ້ວ 2 ໂຄງການ ແລະ ກໍາລັງສະເໜີຍົກເລີກສັນຍາອີກ 2 ໂຄງການ.

ຂໍ້ມູນຈາກ: Media Laos; ຂ່າວ: ບຸນທີ