ເມືອງຮ້ຽມສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຊັ້ນປ5, ມ4 ແລະ ມ7

320

ຫ້ອງການສຶກສາ ແລະ ກິລາ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈັດພິທີການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປະຈໍາສົກຮຽນ 2019-2020 ຂື້ນໃນວັນທີ 7 ກຸມພາ 2020 ຂຶ້ນທີ່ສະໂມສອນເມືອງຮ້ຽມ ເປັນກຽດເຂົ້າຮ່ວມໂດຍແມ່ນທ່ານ ແສງພອນ ບຸນມະນີຈັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຮ້ຽມ, ມີຄະນະຮັບຜິດຊອບການສອບເສັງ, ຄູ-ອາຈານ ແລະ ນັກສອບເສັງນັກຮຽນເກັ່ງ ຕາງໜ້າແຕ່ລະໝວດໂຮງຮຽນທົ່ວເມືອງ ເຂົ້າຮ່ວມທັງໝົດ 140 ຄົນ,ຍິງ 52 ຄົນ.

ການສອບເສັງຄັ້ງນີ້ໄດ້ຈັດເປັນ 3 ຊັ້ນຮຽນຄື: ຊັ້ນປະຖົມສຶກສາ ປີທີ 5 (ປ5) ມີ 3 ວິຊາຄື: ພາສາລາວ,ຄະນິດສາດ ແລະ ວິຊາໂລກອ້ອມຕົວເຮົາ, ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ມີ 4 ວິຊາຄື: ພາສາລາວ-ວັນນະຄະດີ,ຄະນິດສາດ,ເຄມີ ແລະ ຟີຊິກ, ຊັ້ນມັດທະຍົມສຶກສາ ຕອນປາຍ(ມ7) ມີ 4 ວິຊາຄື: ພາສາລາວ-ວັນນະຄະດີ,ຄະນິດສາດ,ເຄມີ ແລະ ຟີຊິກ.

ມີນັກສອບເສັງເຂົ້າຮ່ວມແຂ່ງຂັນທັງໝົດ 100 ຄົນ, ຍິງ 46 ຄົນ, ຊັ້ນປະຖົມສຶກສາ ປີທີ 5 (ປ5) ມີ 50 ຄົນ, ຍິງ 26 ຄົນ, ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ມີ 30 ຄົນ,ຍິງ 12 ຄົນ, ຊັ້ນມັດທະຍົມສຶກສາຕອນປາຍ (ມ7) ມີ 20 ຄົນ,ຍິງ 8 ຄົນ.

ສຳລັບຜົນການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປະຈໍາສົກຮຽນ 2019-2020 ມີຄື: ຊັ້ນປະຖົມສຶກສາ ປີທີ 5 (ປ5), ວິຊາ ພາສາລາວ ປະເພດທີ I ໄດ້ແກ່ ນ້ອງ ນາງ ລ້ອມ ມາຈາກໂຮງຮຽນປະຖົມນາກູດ,ປະເພດທີ II ໄດ້ແກ່ ນ້ອງ ນາງ ມະນີຄໍາ ມາຈາກໂຮງຮຽນປະຖົມບ້ານເມືອງຮ້ຽມ; ວິຊາຄະນິດສາດ ປະເພດທີ I ໄດ້ແກ່ ນ້ອງ ນາງ ບົວໄລ ມາຈາກໂຮງຮຽນປະຖົມບ້ານຖໍ້າລາເໜືອ ,ປະເພດທີ II ໄດ້ແກ່ ນ້ອງ ນາງ ນໍ້າເຜິ້ງ ມາຈາກໂຮງຮຽນປະຖົມບ້ານເມືອງຮ້ຽມ; ວິຊາໂລກອ້ອມຕົວເຮົາ ປະເພດທີ I ໄດ້ແກ່ ນ້ອງ ນາງ ຫຼ້າ ມາຈາກໂຮງຮຽນປະຖົມບ້ານພຽງໂດນ ,ປະເພດທີ II ໄດ້ແກ່ ນ້ອງ ທ້າວ ຄອນໄຊ ມາຈາກໂຮງຮຽນປະຖົມບ້ານເມືອງຮ້ຽມ.

ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ວິຊາ ພາສາລາວ-ວັນນະຄະດີປະເພດທີ I ໄດ້ແກ່ ນ້ອງ ນາງ ຄົມທອງ ມາຈາກໂຮງຮຽນ ມສຖໍ້າລາ,ປະເພດທີ II ໄດ້ແກ່ ນ້ອງ ນາງວຽງສະໄໝ ມາຈາກໂຮງຮຽນ ມໍຕົ້ນດອນຄູນ; ວິຊາ ຄະນິດສາດ ປະເພດທີ I ໄດ້ແກ່ ນ້ອງ ທ້າວແມັກ ມາຈາກໂຮງຮຽນ ມສຖໍ້າລາ ,ປະເພດທີ II ໄດ້ແກ່ ນ້ອງ ທ້າວ ສຸລິຍາ ມາຈາກໂຮງຮຽນ ມສ ຮ້ຽມ; ວິຊາ ເຄມີສາດ ປະເພດທີ I ໄດ້ແກ່ ນ້ອງ ທ້າວ ວີ ມາຈາກໂຮງຮຽນ ມສ ຖໍ້າລາ, ປະເພດທີ II ໄດ້ແກ່ ນ້ອງ ນາງ ປາກູ່ ມາຈາກໂຮງຮຽນ ມສ ຮ້ຽມ; ວິຊາ ຟີຊິກສາດ ປະເພດທີ I ໄດ້ແກ່ ນ້ອງ ນາງ ມີນາ ທໍໄທເຈຍເຮີ ມາຈາກໂຮງຮຽນ ມສ ຮ້ຽມ ,ປະເພດທີ II ໄດ້ແກ່ ນ້ອງ ນາງ ພິມ ມາຈາກໂຮງຮຽນ ມສ ຮ້ຽມ;

ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ7) ວິຊາ ພາສາລາວ-ວັນນະຄະດີປະເພດທີ I ໄດ້ແກ່ ນ້ອງ ທ້າວ ຈັບ ວິໄລວອນ ມາຈາກໂຮງຮຽນ ມສຮ້ຽມ, ປະເພດທີ II ໄດ້ແກ່ ນ້ອງ ນາງ ສຸມິນຕາ ມາຈາກໂຮງຮຽນ ມສຮ້ຽມ; ວິຊາ ຄະນິດສາດ ປະເພດທີ I ໄດ້ແກ່ ນ້ອງ ທ້າວ ອ້ວນ ອິນທະວົງ ມາຈາກໂຮງຮຽນ ມສຮ້ຽມ, ປະເພດທີ II ໄດ້ແກ່ ນ້ອງ ທ້າວ ອາເລ່ຍໄຊ ມາຈາກໂຮງຮຽນ ມສຮ້ຽມ; ວິຊາ ເຄມີສາດ ປະເພດທີ I ໄດ້ແກ່ ນ້ອງ ທ້າວ ສອນແພງ ໄຊຍະສີ ມາຈາກໂຮງຮຽນ ມສຮ້ຽມ ,ປະເພດທີ II ໄດ້ແກ່ ນ້ອງ ນາງ ເອ່ຍ ທໍໄຊວື ມາຈາກໂຮງຮຽນ ມສຮ້ຽມ, ວິຊາ ຟີຊິກສາດ ປະເພດທີ I ໄດ້ແກ່ ນ້ອງ ນາງ ກົມພອນ ມາຈາກໂຮງຮຽນ ມສຮ້ຽມ,ປະເພດທີ II ໄດ້ແກ່ ນ້ອງ ທ້າວ ສິນທອງ ມາຈາກໂຮງຮຽນ ມສຮ້ຽມ;

ໃນໂອກາດດັ່ງກ່າວທ່ານ ແສງພອນ ບຸນມະນີຈັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຮ້ຽມ ໄດ້ມີຄໍາເຫັນໂອ້ລົມກ່າວຍ້ອງຍໍຊົມເຊີຍຜົນສໍາເລັດ ແລະ ຍັງໄດ້ເນັ້ນໜັກໃຫ້ຄູ-ອາຈານ ເອົາໃຈໃສ່ສຶກສາອົບດ້ານແນວຄິດການເມືອງ, ດ້ານວິຊາການ ເປັນພິເສດໃນການຈັດຕັ້ງປະຕິບັດ ການແຂ່ງຂັນສອນດີ-ຮຽນເກັ່ງ ໃນຖັນແຖວຄູສອນໃຫ້ເປັນຂະບວນຟົດຟື້ນ ເພື່ອເປັນເງື່ອນໄຂສ້າງ ຕຳແໜ່ງວິຊາການຄູ, ສືບຕໍ່່ປັບປຸງແບບແຜນການຈັດຕັ້ງບຳລຸງນັກຮຽນທີ່ມີພອນສະຫວັນຢູ່ແຕ່ລະໂຮງຮຽນໃຫ້ມີຄວາມກະຕືລືລົ້ນ, ມີຄວາມຕື່ນຕົວຊອກຊອກຮູ້ຫາຮຽນ, ນັກຮຽນເກັ່ງທີ່ເສັງໄດ້ອັນດັບ 1 ຂອງແຕ່ລະວິຊາ ຢູ່ໂຮງຮຽນໃດກໍ່ມອບໃຫ້ໂຮງຮຽນນັ້ນ ສົມທົບຮ່ວມມືກັບຄູສອນ ສືບຕໍ່ເອົາໃຈໃສ່ຈັດຕັ້ງບໍາລຸງນັກຮຽນເກັ່ງໃຫ້ເປັນຂະບວນຟົດຟື້ນກຽມຄວາມພ້ອມຮອບດ້ານເຂົ້າຮ່ວມກິດຈະກຳສອບເສັງນັກຮຽນເກັ່ງຂັ້ນແຂວງ ໃນຂັ້ນຕໍ່ໄປ.

ທີ່ວມາ: ຂ່າວສານ ສກມ ຮ້ຽມ