ຊົມເຊີຍ! 5 ປີ ເມືອງທົ່ງມີໄຊ ສາມາດບັນລຸລາຍຮັບກວ່າ 17 ລ້ານກີບຕໍ່ຄົນຕໍ່ປີ

175

ຕະຫຼອດໄລຍະ 5 ປີ ຜ່ານມາ ເສດຖະກິດເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8,84% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 163,9 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 17 ລ້ານກວ່າກີບ ແລະ ສາມາດລາຍຮັບເຂົ້າງົບປະມານໄດ້ທັງໝົດ 7,62 ຕື້ກີບ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກເມືອງ ທົ່ງມີໄຊແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 10 ກຸມພາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ສົມພອນ ໄຊດວງຕາ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ທົ່ງມີໄຊ, ເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ສົມພອນ ໄຊດວງຕາ ໄດ້ທົບທວນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ໂດຍຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດໜ້າວຽກງານຮອບດ້ານໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ກໍານົດທິດທາງ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ. 5 ປີຜ່ານມາ ທົ່ວເມືອງ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8,84% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 163,9 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 17 ລ້ານກວ່າກີບ ຫຼືເທົ່າກັບ 2.142 ໂດລາສະຫະລັດ.

ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 7,62 ຕື້ກີບ, ທຽບໃສ່ກອງປະຊຸມຄັ້ງຜ່ານມາ ເພີ່ມຂຶ້ນ 26,57%, ພື້ນຖານໂຄງລ່າງໄດ້ຮັບການພັດທະນາເຊັ່ນ: ການກໍ່ສ້າງເສັ້ນທາງປູຢາງ, ປັບປຸງ ແລະ ສ້ອມແປງເສັ້ນທາງລະຫວ່າງບ້ານຕໍ່ບ້ານ, ປະຊາຊົນໄດ້ຊົມໃຊ້ໄຟຟ້າ 100%, ຊົມໃຊ້ນໍ້າປະປາ 53,8%, ການຜະລິດດ້ານກະສິກໍາ ໄດ້ມີຫຼາຍປັດໃຈໃໝ່ເກີດຂຶ້ນ ແລະ ຂະຫຍາຍຕົວໄປຕາມທິດທີ່ທັນສະໄໝເທື່ອລະກ້າວ.

ສ່ວນວຽກງານວັດທະນະທໍາ-ສັງຄົມ ແມ່ນໄດ້ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານໃຫ້ສູງຂຶ້ນ, ເດັກໃນເກນອາຍຸໄດ້ຮັບການເຂົ້າຮຽນຢ່າງທົ່ວເຖິ. ພ້ອມນັ້ນ, ຍັງສຸມໃສ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຕາມລະດູການ. ທົ່ວເມືອງຍັງມີບ້ານທຸກຍາກ 2 ບ້ານ, ກວມເອົາ 15,38%, ຄອບຄົວທຸກຍາກ 11 ຄອບຄົວ, ກວມເອົາ 0,54% ຂອງຄອບຄົວທັງໝົດ. ຈາກນັ້ນ, ຜູ້ແທນກອງປະຊຸມຍັງຈະໄດ້ຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຫ້ອງການ, ກົມກອງ ແລະ ຕົວແບບດ້ານຕ່າງໆຕື່ມອີກ.

ທີ່ມາ: Media Laos