ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວໃນລະດັບ 8% ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ 3.113 ໂດລາຕໍ່ປີ ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນຫຼຸດລົງຍັງເຫຼືອ 1,62% ຂອງຄອບຄົວທັງໝົດ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວໃນກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນປີ 2020 ອາທິດຜ່ານມາວ່າ: ໃນ 1 ປີຜ່ານມາ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນຈະມີ ຄວາມຫຍຸ້ງຍາກສັບສົນ, ມີທັງກາລະໂອກາດ ແລະ ເປັນສິ່ງທ້າທາຍ ໂດຍພາຍໃຕ້ການຊີ້ນໍາຂອງພັກ, ອົງການປົກຄອງຂັ້ນຕ່າງໆ, ຄວາມເປັນເຈົ້າການຂອງຂະແໜງການສູນກາງ ແລະ ທ້ອງຖິ່ນ ໄດ້ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຕໍ່ເນື່ອງ, GDP ເຕີບໂຕ 8% ສະເລ່ຍຕໍ່ຫົວຄົນບັນລຸໄດ້ 3.113 ໂດລາສະຫະລັດ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 101 ໂດລາ, ຂົງເຂດວຽກງານການຜະລິດກະສິກໍາ, ອຸດສາຫະກໍາ ແລະ ການບໍລິການກໍເພີ່ມຂຶ້ນ ອັນພົ້ນເດັ່ນສາມາດຮັບປະກັນໃຫ້ແຂວງມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນ, ອັດຕາຄວາມທຸກຍາກຂອງປະຊາຊົນຫຼຸດລົງຍັງເຫຼືອ 1,62% ຂອງຄອບຄົວທັງໝົດ.

( ຂ່າວ: ບຸນທີ )