ອຸດົມໄຊ ດັດແກ້ເພີ່ມມູນຄ່າການລົງທຶນຂອງລັດ 40 ຕື້ກວ່າກີບ

611

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2019 ຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄຳຈັນ ລາວຈືເບັງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ, ມີຕາງໜ້າພະແນກການ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ 7 ເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

ການດໍາເນີນກອງປະຊຸມໃນຄັ້ງນີ້ ກໍເພື່ອຕີລາຄາຜົນການເຄື່ອນໄຫວວຽກງານແຜນການ ແລະ ການລົງທຶນ ໃນຕະຫຼອດໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນເຖິງຜົນງານດ້ານດີ ແລະ ຜົນສຳເລັດທີ່ຍາດມາໄດ້ຂອງວຽກງານແຕ່ລະດ້ານ ເປັນຕົ້ນແມ່ນວຽກງານແຜນການ, ການປະເມີນ, ການຮ່ວມມືສາກົນ, ການສົ່ງເສີມການລົງທຶນເອກະຊົນ ແລະ ວຽກງານບໍລິຫານ, ຈັດຕັ້ງ ແລະ ກວດກາ ລວມທັງຍົກເອົາບາງບັນຫາທີ່ຍັງຄົງຄ້າງນຳມາປຶກສາຫາລືຮ່ວມກັນ ແລະ ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໃນໄລຍະ 1 ປີຜ່ານມາ ເຫັນວ່າມີຜົນສຳເລັດໃນລະດັບໜຶ່ງ ຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນການລົງທຶນຂອງລັດ, ຂອງບັນດາຂະແໜງການກ່ຽວຂ້ອງ ແລະ ເມືອງ ບັນລຸຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ 2016 – 2019 ແລະ ວາງທິດທາງແຜນການ 2020 – 2025, ເປັນເຈົ້າການໃນການປະຕິບັດກົດໝາຍ ວ່າດ້ວຍການລົງທຶນຂອງລັດຢ່າງເຂັ້ມງວດ, ສຳເລັດການດັດແກ້ມູນຄ່າໂຄງການ ຈຳນວນ 15 ໂຄງການ ລວມມູນຄ່າ 10.689,73 ລ້ານກີບ, ດັດແກ້ເພີ່ມມູນຄ່າການລົງທຶນຂອງລັດ 8 ໂຄງການ ລວມມູນຄ່າ 40.286,67 ລ້ານກີບ, ຢັ້ງຢືນການເບີກຈ່າຍໂຄງການລົງທຶນຂອງລັດໄດ້ 96 ໂຄງການ ລວມມູນຄ່າ 46 ກວ່າຕື້ກີບ ລື່ນແຜນ 2,66%, ໂຄງການທີ່ໄດ້ຮັບທຶນຈາກກອງທຶນທາງ 37 ໂຄງການ ມູນຄ່າ 6 ຕື້ກວ່າກີບ, ສຳເລັດການກຽມໂຄງຮ່າງແຜນການ 5 ປີ ຄັ້ງທີ 9 ຂອງແຂວງ.

ຄຽງຄູ່ກັບຜົນງານດັ່ງກ່າວ ເຫັນວ່າຍັງມີວຽກງານໃນບາງດ້ານທີ່ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານຮ່າງທິດທາງແຜນການເຄື່ອນໄຫວວຽກງານຈຸດສຸມ ປະຈຳປີ 2020 ພ້ອມທັງຮັບຟັງການປະກອບຄຳຄິດເຫັນຂອງຜູ້ເຂົ້າຮ່ວມ ໃນວຽກງານແຕ່ລະດ້ານຕື່ມອີກ.

( ຂ່າວ: ຄານມະນີ ຮຽນດໍຈັນ )