ກຽມຈັດງານວາງສະແດງລົດ ວຽງຈັນມໍເຕີໂຊ ທ້າຍເດືອນນີ້ມີຫຼາຍກວ່າ 20 ຄ້າຍເຂົ້າຮ່ວມ

207

ໃນວັນທີ 7 ກຸມພາ 2020 ທີ່ໂຮງແຮມເລີທາດຫຼວງ ໄດ້ມີພິທີຖະແຫຼງຂ່າວການຈັດງານ ວຽງຈັນມໍເຕີໂຊ 2020 ຫຼື Vientiane Motor Show 2020 ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການ ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັ້ນ ແອນ ອໍແກນາຍເຊີ ຈໍາກັດຜູ້ດຽວ ພ້ອມດ້ວຍຄູ່ຮ່ວມສະໜັບສະໜູນເຂົ້າຮ່ວມ.

ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການ ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັ້ນ ແອນ ອໍແກນາຍເຊີ ຈໍາກັດຜູ້ດຽວ ໄດ້ກ່າວວ່າ: ປີນີ້ມີຄ້າຍລົດເຂົ້າຮ່ວມ 20 ຄ້າຍ, ສ່ວນການກະກຽມຄວາມພ້ອມຜັງຫ້ອງຂາຍປັດຈຸບັນກະກຽມໄດ້ 95%, ສໍາລັບຈຸດປະສົງຂອງການຈັດງານ ເພື່ອເປັນການຕອບໂຈດໃຫ້ບັນດາຫ້າງຮ້ານທີ່ຈໍາໜ່າຍລົດ ແລະ ຜະລິດຕະພັນຕົກແຕ່ງລົດ ລວມໄປເຖິງຄວາມຕ້ອງການຂອງລູກຄ້າຜູ້ຊົມໃຊ້ລົດ ກິດຈະກໍາໃນງານມີການວາສະແດງລົດ, ຜູ້ເຂົ້າຮ່ວມງານມີສິດລຸ້ນໂຊກຮັບເສື້ອຢືດ ແລະ ລາງວັນອື່ນໆອີກຫຼາຍລາຍການ. ພິເສດຖ້າຈອງລົດໃນ ງານຈະມີສິດລຸ້ນຮັບລົດຈັກ Zoommer X 1 ລາງວັນ, ສາຍຄໍຄໍາ 1 ສະຫຼຶງ 20 ລາງວັນ, ໂທລະສັບມືຖືຈໍານວນ 100 ລາງວັນ ລວມມູນຄ່າ 125 ລ້ານກີບ.

ໃນງານຈະມີແພດປະຈໍາສະໜາມເພື່ອກວດກາຄວາມປອດໄພ ເພື່ອປ້ອງກັນພະຍາດທີ່ກໍາລັງ ລະບາດສ້າງຄວາມໝັ້ນໃຈຂອງຜູ້ມາທ່ຽວຊົມ.
ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ເພື່ອສ້າງໂອກາດໃຫ້ກັບຄ້າຍລົດຕ່າງໆ ເພື່ອເຮັດການສົ່ງເສີມການຂາຍລົດດ້ວຍຮູບການທີ່ແຕກຕ່າງກັນ, ອີກດ້ານໜຶ່ງກໍຍັງສ້າງເງື່ອນໄຂໃຫ້ແກ່ຜູ້ຊື້ສາມາດເຂົ້າມາທ່ຽວຊົມ ແລະ ເລືອກຊື້ລົດຍີ່ຫໍ້ທີ່ຕົນເອງມັກຢູ່ສະຖານທີ່ດຽວກັນຢ່າງສະດວກ, ມີຫຼາຍທາງເລືອກໃຫ້ຕັດສິນໃຈຕາມແຕ່ລະເງື່ອນໄຂຂອງຄ້າຍລົດທີ່ເຂົ້າຮ່ວມງານ. ພ້ອມດຽວກັນນີ້, ການຈັດງານດັ່ງກ່າວກໍຍັງເປັນການກະຕຸ້ນການແຂ່ງຂັນທາງດ້ານການຄ້າ, ເສດຖະກິດຂອງຊາດໃຫ້ຄຶກຄື້ນ, ສ້າງເງື່ອນໄຂໃຫ້ຄົນໃນສັງຄົມອອກມາໃຊ້ຈ່າຍ ເຮັດໃຫ້ເສດຖະກິດມີການໝູນວຽນ, ວາງສະແດງຜະລິດຕະພັນຕ່າງໆທີ່ຕິດພັນກັບລົດທີ່ເປັນເຕັກໂນໂລຊີໃໝ່ໆ ແລະ ລົດຍີ່ຫໍ້ຕ່າງໆທີ່ມາຈາກປະເທດອ້ອມຂ້າງອາຊຽນເຂົ້າຮ່ວມ.

ພ້ອມດຽວກັນນີ້, ການຈັດງານດັ່ງກ່າວກໍເປັນກົນໄກໜຶ່ງທີ່ສໍາຄັນໃນການສົ່ງເສີມການຄ້າ ເພື່ອກະຕຸ້ນເສດຖະກິດ, ດຶງດູດການຄ້າ ແລະ ການລົງທຶນຂອງນັກທຸລະກິດຂອງລາວ ແລະ ຕ່າງປະເທດໃຫ້ນັບມື້ເຂັ້ມແຂງໃນຍຸກເຊື່ອມໂຍງກັບສາກົນ, ທັງເປັນການສ້າງເວທີໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍໄດ້ພົບກັນ.

ພາຍໃນງານທ່ານຈະໄດ້ພົບກັບບໍລິສັດຄ້າຂາຍລົດທຸກຊະນິດ ແລະ ທຸກປະເພດ ນັບຕັ້ງແຕ່ລົດ ແລະ ອຸປະກອບຮັບໃຊ້ການຜະລິດກະສິກໍາ, ລົດຮັບໃຊ້ອຸດສາຫະກໍາ ແລະ ຮັບໃຊ້ຄົວເຮືອນ ເພື່ອໃຫ້ຜູ້ຊົມໃຊ້ສາມາດເລືອກຊົມ ແລະ ຊື້ໄດ້ໃນຫຼາຍເງື່ອນໄຂ. ງານວາງສະແດງລົດຈະເປີດຂຶ້ນໃນວັນທີ 22 ກຸມພາ – 1 ມີນາ 2020 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.