ແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ເປັນຫົວໜ້າພະແນກການເງິນ ນວ ຄົນໃໝ່

379

ວັນທີ 7 ກຸມພາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ – ຮັບໜ້າທີ່ລະຫວ່າງ ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ຜູ້ເກົ່າ ກັບ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ຜູ້ໃໝ່. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 088/ຈນວ ລົງວັນທີ 3 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໂດຍແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ເປັນຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ຜູ້ໃໝ່

ພ້ອມນີ້ກໍ່ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 4199/ກງ ລົງວັນທີ 21 ຕຸລາ 2019 ວ່າດ້ວຍການຍົກຍ້າຍພະນັກງານສັງກັດຢູ່ພະແນກການເງິນ ນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍໄດ້ຍົກຍ້າຍ ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ.

ໂອກາດດຽວກັນ, ທ່ານ ສິດທິສອນ ເທບພາສີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 0402/ກງ ລົງວັນທີ 06 ກຸມພາ 2020 ໄດ້ເຫັນດີແຕ່ງຕັ້ງ ທ່ານ ຄຳພັນ ພັນທຸລັກ ຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ຂຶ້ນເປັນຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ແລະ ອີງຕາມຂໍ້ຕົກລົງ ສະບັບເລກທີ 0405/ກງ ລົງວັນທີ 06 ກຸມພາ 2020 ໄດ້ເຫັນດີຍົກຍ້າຍ ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ໄປຮັບໜ້າໃໝ່ຢູ່ກົມສ່ວຍສາອາກອນ ແລະ ເຫັນດີແຕ່ງຕັ້ງ ທ່ານ ພອນໄຊ ເພັງສຸວັນ ຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ.

ຂໍ້ມູນ – ຮູບ: ກະຊວງການເງິນ