ສະຕໍເບີຣີເຄືອບຊ໋ອກໂກແລັດ ລາຍການອາຫານພິເສດໃນວັນແຫ່ງຄວາມຮັກ

71

ຖືເປັນລາຍການທີ່ເໝາະຈະເຮັດເປັນຂອງຂວັນໃຫ້ຄົນພິເສດໄດ້ທຸກໂອກາດ ດ້ວຍວິທີເຮັດທີ່ບໍ່ຫຍຸ້ງຍາກ. ສຳລັບທ່ານໃດທີ່ມັກຊາດລົດສົ້ມຫວານຂອງສະຕໍເບີຣີຢູ່ແລ້ວ, ລາຍການອາຫານນີ້ແມ່ນຖືກໃຈໄປຕາມໆກັນແນ່ນອນ ເພາະນອກຈາກຈະໄດ້ລົດຊາດຂອງສະຕໍເບີຣີ ແລ້ວຍັງໄດ້ລົດຊາດຫອມຫວານຂອງຊ໋ອກໂກແລັດຫຼາຍຊະນິດຕື່ມອີກ ບໍ່ວ່າຈະເປັນຊ໋ອກໂກແລັດນົມ, ຊ໋ອກໂກແລັດຂາວ ແລະ ຊ໋ອກໂກແລັດ.

ສິ່ງທີ່ຕ້ອງກຽມ:

1 ເຈ້ຍໄຂປູໄວ້ພື້ນທີ່ຈະເຮັດ.

2 ນຳສະຕໍເບີຣີອອກມາວາງໄວ້ອຸນຫະພູມຫ້ອງ.

3 ລ້າງສະຕໍເບີຣີດ້ວຍນ້ຳເຢັນແລ້ວນຳທິດຊູມາຊັບໃຫ້ແຫ້ງ ແລະ ວາງໄວ້ປະມານ 1 ຊົ່ວໂມງ ກ່ອນນຳມາໃຊ້ເພື່ອປ້ອງກັນບໍ່ໃຫ້ສະຕໍເບີຣີມັນຊຶມນ້ຳຫຼາຍເກີນໄປ.

4 ກຽມຊ້ອມ ຫຼື ໄມ້ສຽບ.

ສ່ວນປະສົມ:

1 ດາກຊ໋ອກໂກແລັດ ຫຼື ຊ໋ອກໂກແລັດນົມ ( ຊອຍນ້ອຍໆ ) 6 ອອນ.

2 ວິບປິ້ງຄຣີມ 3 ບ່ວງແກງ.

3 ນົມ 3 ບ່ວງແກງ.

4 ເນີຍສົດ 1/2 ບ່ວງແກງ.

5 ສະຕໍເບີຣີ 20 ໜ່ວຍ.

ວິທີເຮັດ:

ນຳຊ໋ອກໂກແລັດ, ນົມ ແລະ ວິບປິ້ງຄຣີມໃສ່ໝໍ້ຄ້າງໄຟຕົ້ມ ( ໝໍ້ທີ່ໃຊ້ແມ່ນໃຊ້ 2 ໜ່ວຍ, ໜ່ວຍໜຶ່ງໃສ່ນ້ຳຄ້າງໄຟ ແລະ ອີກໜ່ວຍໜຶ່ງໃສ່ຊ໋ອກໂກແລັດ ຄ້າງຊ້ອນກັນເປັນການຕົ້ມດ້ວຍອາຍນ້ຳຈະເຮັດໃຫ້ຊ໋ອກໂກແລັດບໍ່ໄໝ້ ) ຄົນຈົນຊ໋ອກໂກແລັດລະລາຍເຂົ້າເປັນເນື້ອດຽວກັນ.

ເມື່ອເຂົ້າກັນແລ້ວຈຶ່ງໃສ່ເນີຍລົງໄປໃຫ້ລະລາຍ ແລະ ຈຶ່ງເອົາສະຕໍເບີຣີສຽບໄມ້ແລ້ວຈຸ່ມລົງຊ໋ອກໂກແລັດໃຫ້ມັນເຄືອບ. ຈາກນັ້ນ, ຈຶ່ງເອົາອອກມາວາງໄວ້ຢູ່ເຈ້ຍໄຂໃຫ້ຊ໋ອກໂກແລັດມັນແຂງຕົວປະມານ 30 ນາທີ ຫຼື ນຳແຊ່ຕູ້ເຢັນໄວ້ກໍໄດ້ ແລະ ຈຶ່ງນຳມາໃສ່ກ່ອງແກ້ວມັດໂບເປັນຂອງຂວັນ.

ຂໍ້ແນະນຳ: ກ່ອນຈະນຳເຂົ້າຕູ້ເຢັນສາມາດຕົກແຕ່ງໜ້າເປັນຮູບຕ່າງໆດ້ວຍຊ໋ອກໂກແລັດຂາວ ຫຼື ນ້ຳຕານແຕ່ງເຂົ້າໜົມກໍໄດ້ ແລະ ຈຶ່ງນຳໄປແຊ່ຈະເປັນການສ້າງລວດລາຍໃຫ້ຕາແຊບຍິ່ງຂຶ້ນ.

( ຂໍ້ມູນຈາກ: sistacafe.com )

( ຮຽບຮຽງ: ນຸ້ມນິ້ມ )