ນ້ຳມັນລົດໃກ້ຈະໝົດແຕ່ບໍ່ມີປ້ຳນ້ຳມັນຢູ່ໃກ້ ຄວນເຮັດແນວໃດ?

192

ຫຼາຍທ່ານຜູ້ທີ່ໃຊ້ລົດໃຫຍ່ກໍອາດຈະເຄີຍພົບພໍ້ ໃນການຂັບລົດໃຫຍ່ໃນເສັ້ນທາງຕົວເມືອງ ຫຼື ເສັ້ນທາງນອກເມືອງ ເຊິ່ງນ້ຳມັນທ່ານໃກ້ຈະໝົດແຕ່ບໍ່ເຫັນປ້ຳນ້ຳມັນທີ່ຖືກໃຈຈຶ່ງບໍ່ໃສ່, ສຸດທ້າຍໄຟສັນຍານກໍສະແດງຂຶ້ນບົ່ງບອກວ່ານ້ຳມັນໃນຖັງໃກ້ຈະໝົດ.

ໃນລົດບາງຄັນກໍມີຄູ່ມືບອກລະອຽດວ່າ: ໄຟສັນຍານນ້ຳມັນແດງຂຶ້ນມາແລ້ວຈະຂັບຕໍ່ໄປໄດ້ຈັກກິໂລແມັດ, ສ່ວນລົດລຸ້ນໃໝ່ບາງລຸ້ນກໍມີເລກຢູ່ກົງເຕີສະແດງໃຫ້ເຫັນເລີຍວ່ານ້ຳມັນມີໃນລົດສາມາດໄປໄດ້ສໍ່າໃດ?.

ຖ້າຫາກພົບໃນກໍລະນີທີ່ກ່າວມາຂ້າງເທິງຄືນ້ຳມັນໃກ້ຈະໝົດ ຜູ້ຂັບລົດບໍ່ຄວນຕົກໃຈຈົນເກີນໄປ ເພາະຢ່າງໜ້ອຍລົດກໍຍັງສາມາດແລ່ນຕໍ່ໄປໄດ້ອີກ ກໍຂຶ້ນຢູ່ກັບສະພາບເສັ້ນທາງ ແລະ ການນຳໃຊ້ລົດນັ້ນເອງ. ມື້ນີ້ຄໍລຳລົດໄດ້ຮວບຮວມເອົາເຕັກນິກການນຳໃຊ້ລົດທີ່ມີນ້ຳມັນເຫຼືອໜ້ອຍ ເພື່ອຈະປະຄອງລົດໄປຈົນຮອດປ້ຳທີ່ຢູ່ໃກ້ໄດ້.

1 ຫ້າມຢຽບເບຣກ, ຫ້າມຫຼຸດຄວາມໄວ ເພາະຈະເຮັດໃຫ້ລົດໃຊ້ນ້ຳມັນຫຼາຍຂຶ້ນ.

2 ຄວບຄຸມຄວາມໄວລົດໃຫ້ສະໝໍ່າສະເໝີ.

3 ປິດແອ ເພາະຖ້າເປີດແອຈະເຮັດໃຫ້ເຄື່ອງຈັກລົດເຮັດວຽກໜັກຂຶ້ນຍິ່ງໃຊ້ນ້ຳມັນຫຼາຍຂຶ້ນ.

4 ບໍ່ຄວນເປີດແວ່ນລົດໃຫ້ລົມເຂົ້າຂ້າງໃນຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ມີແຮງລົມຕ້ານກັບລົດໃນເວລາແລ່ນ ແຕ່ຄວນເປີດແວ່ນລົດພໍແຕ່ໃຫ້ອາກາດພາຍໃນໄດ້ຖ່າຍເທເພື່ອຫາຍໃຈສະດວກກໍພຽງພໍ.

5 ຂັບລົດຢ່າງລະມັດລະວັງ, ເບິ່ງສະພາບເສັ້ນທາງໃຫ້ດີ, ຄວນເລືອກເສັ້ນທາງທີ່ລົດບໍ່ຕິດ ( ຖ້າແມ່ນໃນຕົວເມືອງ ).

( ຮຽບຮຽງຈາກ LIEKR.COM )