ສະມາຄົມອັນຍະມະນີລາວ ຈະມີຄົນຮຸ່ນໃໝ່ເຂົ້າມາສືບທອດ

125

ຕະຫຼອດ 15 ປີ ໃນການຮັບໜ້າທີ່ເປັນປະທານສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ຂອງ ທ່ານ ພູວົງ ພະມີສິດ ນອກຈາກຈະເປັນການເຕົ້າໂຮມຄວາມສາມັກຄີຂອງຊາວຊ່າງຫັດຖະກໍາຄ້າຂາຍຄໍາແລ້ວ ຍັງເປັນການພັດທະນາງານຫັດຖະກໍາຂອງລາວໃຫ້ເທົ່າທຽມສາກົນ ເຊິ່ງທ້າຍປີນີ້ສະມາຄົມຈະມີການຄັດເລືອກເອົາປະທານສະມາຄົມຜູ້ໃໝ່ ເພື່ອມາພັດທະນາວົງການທຸລະກິດຄ້າຂາຍຄໍາໃນປະເທດໃຫ້ໂດດເດັ່ນຍິ່ງຂຶ້ນ.

ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ໄດ້ກ່າວວ່າ: ໃນທ້າຍປີນີ້ສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ກໍຈະໄດ້ເປີດກອງປະຊຸມ ພ້ອມທັງຄັດເລືອກເອົາຄະນະບໍລິຫານງານຂອງສະມາຄົມຊຸດໃໝ່ ເຊິ່ງໃນໄລຍະຜ່ານມາຕົນເອງໄດ້ຮັບຄວາມໄວ້ວາງໃຈເປັນປະທານສະມາຄົມ 15 ປີຜ່ານມາ.

ຕະຫຼອດ 15 ປີ ກໍເຫັນໄດ້ມີສິ່ງປ່ຽນແປງຫຼາຍ, ແຕ່ກ່ອນປະເທດເຮົາການອອກແບບຄໍາບໍ່ງາມ, ສັງເກດເຫັນວ່າເຄື່ອງປະດັບໃນເມື່ອກ່ອນລວດລາຍບໍ່ຫຼາກຫຼາຍ, ແຕ່ດຽວນີ້ມີສິນຄ້າທີ່ມີລວດລາຍຫຼາຍລາຍການ, ມີການນໍາໃຊ້ເຕັກໂນໂລຊີເຂົ້າມາໃນຂະບວນການຜະລິດ, ຄຸນນະພາບດີ, ທຽບເທົ່າຂອງຕ່າງປະເທດ ເຊິ່ງແຕ່ກ່ອນຜະລິດຕະພັນຂອງຊາວຊ່າງຫັດຖະກໍາລາວ ທີ່ນໍາໄປສະແດງທຽບຂອງຕ່າງປະເທດບໍ່ຮອດ 5% ແຕ່ດຽວນີ້ຜະລິດຕະພັນຂອງລາວເຮົາສາມາດທຽບເທົ່າຂອງຕ່າງປະເທດປະມານ 60 – 70% ຫຼື ບາງລາຍຄວາມງາມ, ການອອກແບບ ແລະ ຄຸນນະພາບກໍເກືອບເທົ່າສິນຄ້າຂອງຕ່າງປະເທດ.

ປັດຈຸບັນສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ມີສະມາຊິກທັງໝົດ 80 – 90 ຮ້ານ ໂດຍສ່ວນໃຫຍ່ແມ່ນຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງບັນດາສະມາຊິກພວກເຮົາພະຍາຍາມປັບປຸງຫຼາຍດ້ານ ເພາະເປັນຄວາມຮຽກຮ້ອງຕ້ອງການຂອງສັງຄົມ ລວມທັງມີການແຂ່ງຂັນກັນເພື່ອໃຫ້ເກີດການປ່ຽນແປງທີ່ດີ, ການບໍລິການທີ່ດີໃຫ້ລູກຄ້າ ເຊິ່ງໃນປັດຈຸບັນພວກເຮົາຕ້ອງການໃຫ້ມີສະມາຄົມທີ່ແຂງແຮງເພື່ອປົກປ້ອງຜົນປະໂຫຍດຂອງຊາວຫັດຖະກໍາ, ຮັກສາອາຊີບນີ້ໃຫ້ຄົນລາວຢູ່ຕະຫຼອດ ເຊິ່ງເຮົາຈະສັງເກດວ່າຜູ້ປະກອບການຄ້າຂາຍຄໍາແມ່ນເປັນຄົນລາວເຮົາເອງ. ນອກນັ້ນ, ສະມາຄົມຍັງໄດ້ເຕົ້າໂຮມກັນເພື່ອເຮັດແນວໃດໃຫ້ການພັດທະນາຂອງສະມາຄົມເວົ້າລວມ, ເວົ້າສະເພາະກໍແມ່ນຊາວຊ່າງຫັດຖະກໍາ ສາມາດທັນສະພາບຕະຫຼາດໂລກ. ສະນັ້ນ, ສະມາຄົມແມ່ນລະດົມໃຫ້ຊາວຄ້າຂາຍອັນຍະມະນີຕ້ອງມີນໍ້າໃຈເສຍສະຫຼະນໍາກັນ ໂດຍສະເພາະແມ່ນລະດົມທຶນເພື່ອມາຄຸ້ມຄອງ ແລະ ບໍລິຫານວຽກງານຂອງສະມາຄົມ ເຊິ່ງແຕ່ລະປີພວກເຮົາຕ້ອງໄດ້ປະຕິບັດພັນທະ ໂດຍເຂົ້າຮ່ວມກອງປະຊຸມສະມາຄົມຄໍາຂອງ ອາຊຽນ+10 ການໃຊ້ຈ່າຍເດີນທາງເຂົ້າຮ່ວມປະຊຸມແມ່ນທຶນຂອງຕົນເອງ, ຖ້າຫາກເຮົາບໍ່ຕັດສິນໃຈເຂົ້າຮ່ວມກໍຈະບໍ່ຮັບຮູ້ບັນຫາ ແລະ ສະພາບການພັດທະນາຂອງຕະຫຼາດຄໍາໃນພາກພື້ນ ແລະ ສາກົນ.

ທ່ານ ພູວົງ ພະມີສິດ ກ່າວຕື່ມອີກວ່າ: ປັດຈຸບັນມີໄວໜຸ່ມທີ່ເປັນລູກຫຼານຂອງຮ້ານຂາຍຄໍາເຂົ້າມາສືບທອດທຸລະກິດຂອງພໍ່ – ແມ່ ແລະ ຍັງໄດ້ເຂົ້າມາຮ່ວມກິດຈະກໍາ ແລະ ເຄື່ອນໄຫວໃນສະມາຄົມ ເຊິ່ງກຸ່ມຄົນລຸ້ນໃໝ່ນີ້ເຂົາເຈົ້າຈະເຂົ້າໃຈຫຼາຍຂຶ້ນ ໂດຍສະເພາະແມ່ນບົດຮຽນຈາກຕ່າງປະເທດ, ການນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າມາຊ່ວຍ ເຊິ່ງໃນທ້າຍປີນີ້ຈະມີການເລືອກຕັ້ງຄະນະບໍລິຫານສະມາຄົມ ລວມທັງປະທານສະມາຄົມຜູ້ໃໝ່.

ຢ່າງໃດກໍຕາມ, ພາບລວມການຄ້າຂາຍຄໍາໃນປະເທດລາວເຮົາປັດຈຸບັນ ຈະເຫັນຄົນຮຸ່ນໜຸ່ມທີ່ເປັນລູກຫຼານຂອງຜູ້ປະກອບການຄ້າຂາຍຄໍາເຂົ້າມາບໍລິຫານ ເຮັດໃຫ້ພາບລວມຂອງການຊື້ – ຂາຍຄໍາມີບັນຍາກາດຟົດຟື້ນຂຶ້ນ, ການອັບເດດລາຄາໃນແຕ່ລະວັນ, ຮູບແບບການນໍາສະເໜີຜະລິດຕະພັນ, ການນໍາໃຊ້ຊ່ອງທາງໃນການປະຊາສໍາພັນ, ການບໍລິການ, ຄຸນນະພາບຂອງສິນຄ້າທີ່ໄດ້ຮັບການຍົກລະດັບຂຶ້ນ ອັນໄດ້ເປັນທາງເລືອກໃຫ້ຜູ້ບໍລິໂພກໄດ້ເຂົ້າໃຊ້ບໍລິການ ແລະ ແລກປ່ຽນຊື້ – ຂາຍໄດ້ງ່າຍ ແລະ ສະດວກຍິ່ງຂຶ້ນ.

ຂ່າວ: ພຸດຕີ້; ຮູບ: ສອນໄຊ