ກຽມຈັດງານວາງສະແດງລົດວຽງຈັນມໍເຕີໂຊ ທ້າຍເດືອນນີ້

227

ງານວຽງຈັນມໍເຕີໂຊ 2020 ຫຼື Vientiane Motor Show 2020 ຈະຈັດຂຶ້ນໃນວັນທີ 22 ກຸມພາ – 1 ມີນາ 2020 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນງານຈະມີການແຈກລາງວັນໃຫ້ຜູ້ເຂົ້າຮ່ວມ ມູນຄ່າ 125 ລ້ານກີບ ພ້ອມມີທີມແພດ ເພື່ອຕິດຕາມເຝົ້າລະວັງ ພະຍາດທີ່ກໍາລັງລະບາດ

ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັ້ນ ແອນ ອໍກາຍເຊີ ຈໍາກັດຜູ້ດຽວໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານ ເພື່ອເປັນການຕອບໂຈດໃຫ້ບັນດາຫ້າງຮ້ານທີ່ຈໍາໜ່າຍລົດ ແລະ ຜະລິດຕະພັນຕົກແຕ່ງລົດ ລວມໄປເຖິງຄວາມຕ້ອງການຂອງລູກຄ້າຜູ້ຊົມໃຊ້ລົດ ກິດຈະກໍາໃນງານມີການວາສະແດງລົດ, ຜູ້ເຂົ້າຮ່ວມງານມີສິດລຸ້ນໂຊກຮັບເສື້ອຍືດ ແລະ ລາງວັນອື່ນໆອີກຫຼາຍລາຍການ. ພິເສດ ຖ້າຈອງລົດໃນງານ ບໍລິສັດກຸງສີລິດຊິ້ງ ຈະມີສິດລຸ້ນຮັບລົດຈັກ Zoommer X 1ລາງວັນ, ສາຍຄໍຄໍາ 1 ສະຫຼີງ 20 ລາງວັນໂທລະສັບມືຖືຈໍານວນ 100 ລາງັວນ ລວມມູນຄ່າ 125 ລ້ານກີບ.ໃນງານຈະມີແພດປະຈໍາສະໜາມ ເພື່ອກວດກາຄວາມປອດ ເພື່ອປ້ອງກັນພະຍາດທີ່ກໍາລັງ ລະບາດເພື່ອຄວາມຫມັ້ນໃຈຂອງຜູ້ມາທ່ຽວຊົມ.